ແຂວງກວາງຈິຫວຽດນາມຂຸດພົບເງິນຫຼຽນບູຮານຈີນໄຫໜຶ່ງ
cri
ຕາມຂ່າວສານຈີນ: ວັນທີ 7 ກັນຍານີ້, ສື່ມວນຊົນຫວຽດນາມແຈ້ງຂ່າວວ່າ, ຫວ່າງມໍ່ໆນີ້, ແຂວງກວາງຈິທີ່ຢູ່ພາກກາງຫວຽດນາມໄດ້ຂຸດພົບເງິນຫຼຽນບູຮານຂອງຈີນໄຫໜຶ່ງ, ໜັກເກືອບຮ້ອຍກິໂລ. ສ່ວນເທິງຂອງໄຫທີ່ບັນຈຸເງິນຫຼຽນດັ່ງກ່າວແຕກໃນເວລາຂຸດ, ແຕ່ເງິນຫຼຽນໝົດໄຫພັດບໍ່ໄດ້ຖືກທຳລາຍ. ເງິນຫຼຽນໃນໄຫດັ່ງກ່າວສ່ວນຫຼາຍແມ່ນເງິນຫຼຽນທີ່ຈໍລະຈອນໃນສະຕະວັດທີ 16 ຫາສະຕະວັດທີ 18 ຂອງຈີນ.
ເຂດດັ່ງກ່າວເຄີຍປະກົດເຫັນເງິນຫຼຽນບູຮານຈີນຫຼາຍເທື່ອ, ແຕ່ເງິນຫຼຽນໝົດໄຫໄດ້ຮັກສາໄວ້ເປັນຢ່າງດີນັ້ນຍັງແມ່ນເທື່ອທຳອິດ.
|
|