ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-18 21:01:02    
ຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ,​ມີ​​ແຕ່​ສຳ​ເລັດ​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ຈຶ່ງ​ສາ​ມາດ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​ການ​ຄ້າ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ນັ້ນ​ຢ່າງ​ບັງ​ເກີດ​ຜົນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ17​ສິງຫາ​ນີ້,​ຢູ່​ກົວ​ລາ​ລຳ​ເປີ ນະຄອນຫຼວງມາ​ເລ​ເຊຍ,ໃນ​ເວ ລາ​ກ່າວ​ປາຖະກະຖາ​​ໃນ​ກອງ​ປະຊຸມສາກົນ​ກ່ຽວ​ກັບ​ບັນຫາ​ການ​ຄ້າ,ທ່ານ​ປາ​ສ໌ການ ລາ​ມີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ,ການ​ຄ້າ​ສາກົນ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ50ກວ່າ​ປີຜ່ານມາ,​ແຕ່​ວ່າ,ປະຈຸ​ບັນ​ນີ້,ການ​ຄ້າ​ທົ່ວ​ໂລກ​ພວມປະ​ເຊີນ​ໜ້າ​ກັບ​ຫຼາຍບັນ ຫາ ​ຄື ລັດທິ​ປົກ​ປ້ອງ​ການ​ຄ້າ​ເງີຍ​ຫົວຂຶ້ນ ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ຮັບປະກັນໃຫ້ໝົດ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ​ໄດ້​ແລະ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ຝ່າຍ​ແລະ​ຂອງ​ພາກ​ພື້ນ​ທ້າ​ທາຍ​ຕໍ່​ກົນ​ໄກ​ການ​ຄ້າ​ຫຼາຍຝ່າຍ​.​ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​ໂລກ​ສືບ​ຕໍ່​ພັດທະນາ​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄສ​ແລະ​ໝັ້ນທ່ຽງ,ລັດຖະບານ​ປະ​ເທດ​ຕ່າງໆ​ຄວນ​ມີຄວາມ​ຕັດສິນ​ໃຈ​ສຳ​ເລັດ​ການ​ເຈລະຈາ​ຮອບ​ໂດ​ຮາ​ຂອງ​ອົງການ​ການ​ຄ້າ​ໂລກ,ນີ້​ຈະ​ເຮັດ​ໃຫ້​ເສດຖະກິດ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ໃນ​ເວລາ​ຕອບ​ຄຳ​ຖາມ,ທ່ານ​ລາ​ມີ​ຍັງ​ຮັບປະກັນ​ວ່າ​ຈະ​ໃຫ້​ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍ ກວ່າ​ເກົ່າ​ແກ່ປະ​ເທດ​ພວມ​ພັດທະນາ​ໃນ​ການ​ເຈລະຈາ​ຮອບ​ໂດ​ຮາ.