ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-18 19:36:28    
ປີ​ນີ້,​ຈີນ​ອາດ​ຈະ​ລື່ນ​ກາຍ​ອາ​ເມ​ລິ​ກາ​ກາຍ​ເປັນ​ປະ​ເທດຂາ​ອອກ​ໃຫຍ່​ທີ​ສອງ​​ໃນ​ໂລກ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18​ສິງຫາ​ນີ້,​ໃນ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ຢູກວາງ​ໂຈ່​ວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​​ແນະນຳ​ວ່າ,ປະຈຸ​ບັນ​ນີ້,ຍອດ​ປະລິ​ມານ​ຂາ​ອອກ​ຂອງ​ຈີນ​ເປັນ​ທີ​ສາມ​​ໃນ​ໂລກ ​ເ​ຊິ່ງຖັດ ຈາກ​ເຢຍລະ​ມັນ​ແລະ​ອາ​ເມ​ລິ​ກາ.ອີງ​ຕາມ​ການ​ຄິດ​ໄລ່,ຖ້າ​ເຕີບ​ໂຕ​ຕໍ່​ໄປ​ຕາມ​ຈັງຫວະ​ປະຈຸ​ບັນ,​ໃນ​ປີ2007,ຈີນ​ອາດ​ຈະ​ລື່ນ​ກາຍ​ອາ​ເມ​ລິ​ກາ,ກາຍ​ເປັນ​ປະ​ເທດ​ຂາ​ອອກ​ໃຫຍ່​ທີ​ສອງ​ໃນ​ໂລກ ​ເຊິ່ງພຽງ​ແຕ່​ຖັດຈາກ​ເຢຍລະ​ມັນທໍ່ນັ້ນ.

ອີງ​ຕາມ​ສະຖິຕິ​ຂອງ​ກົມ​ໃຫຍ່​​ພາສີ​ຈີນ,​ໃນຫົກ​ເດືອນ​ທຳ​ອິດ​ປີ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ມີ​ເຖິງ980ຕື້800​ລ້ານ​ໂດ​ລາ,​​ເພີ່ມ​ຂຶ້ນຫຼາຍກວ່າ​ເວລາ​ດຽວ​ກັນ​ຂອງ​ປີ2006 23%.ໃນ​ນັ້ນ,ການ​ຄ້າຂາອອກມີ546​ຕື້700​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ28%,ການ​ຄ້າ ຂາ​ເຂົ້າມີ434​ຕື້​200​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ18%.