|
 |
(GMT+08:00)
2007-08-02 18:58:06
|
 |
ຈີນຈະຈຳກັດການຄ້າປຸງແຕ່ງຕື່ມອີກ ປັບປຸງອົງປະກອບສິນຄ້າສົ່ງອອກໃຫ້ດີ
cri
Author: shixi
ຕາມຂ່າວCRI:ຫວ່າງມໍ່ໆນີ້,ກະຊວງການຄ້າແລະກົມໃຫຍ່ພາສີຂອງຈີນຮ່ວມກັນປະກາດສາລະບານສິນຄ້າປະເພດຈຳກັດຊຸດໃໝ່ຂອງການຄ້າປຸງແຕ່ງ,ສິນຄ້າການຄ້າປຸງແຕ່ງທີ່ຈຳກັດສົ່ງອອກທີ່ກຳນົດຢູ່ໃນສາລະບານນັ້ນໄດ້ເພີ່ມ1800ກວ່າຊະນິດ.
ຂ່າວແຈ້ງວ່າ,ສິນຄ້າຈຳກັດທີ່ເພີ່ມຕື່ມໃໝ່ໃນຄັ້ງນີ້ລວມທັງມີປະລັດສະຕິກ ເຟີນີເຈີ ແຜ່ນແພແລະເຄື່ອງໂລຫະທີ່ສຳເລັດຮູບເປັນຕົ້ນ.ຈົນຮອດປະຈຸບັນນີ້,ສິນຄ້າທີ່ສາລະບານຈຳ ກັດນັ້ນໄດ້ເພີ່ມເຖິງ2200ກວ່າຊະນິດ.ໃນຕໍ່ໜ້ານີ້,ວິສາຫະກິດທີ່ຜະລິດສິນຄ້າຈຳກັດຕ້ອງເສຍຄ່າຮັບປະກັນຕາມມາດຕາສ່ວນທີ່ກຳນົດໄວ້,ນີ້ຈະເພີ່ມຕົ້ນທຶນຂອງວິສາຫະກິດເຫຼົ່ານີ້. ນາງວາງຊິນຮວາ ຫົວໜ້າກົມກົນຈັກເຄື່ອງໄຟຟ້າແລະເຕັກໂນໂລຢີຂອງກະຊວງການຄ້າຈີນໄດ້ຊີ້ແຈງຈຸດປະສົງຂອງການສັບຊ້ອນນະໂຍບາຍ.ນາງເວົ້າວ່າ:"ການສັບຊ້ອນສາລະບານການຄ້າປຸງແຕ່ງປະເພດຈຳກັດເທື່ອນີ້,ຕົ້ນຕໍແມ່ນເພື່ອປັບປຸງອົງປະກອບຂອງສິນຄ້າສົ່ງອອກໃຫ້ດີຂຶ້ນ ກັ້ນກາງບໍ່ໃຫ້ຜະລິດຕະພັນສົ່ງອອກທີ່ມີມູນຄ່າເພີ່ມຕ່ຳນັ້ນເພີ່ມຂຶ້ນໄວເກີນໄປ,ຫຼຸດການຂັດສີກັນໃນການຄ້າ,ຊຸກຍູ້ໃຫ້ການຄ້າປຸງແຕ່ງຫັນປ່ຽນຮູບຮ່າງແລະຂະຫຍາຍໄປສູ່ລະດັບສູງກວ່າເກົ່າ."
ຕາມການແນະນຳ,ນັບແຕ່ປະຕິຮູບແລະເປີດປະຕູສູ່ພາຍນອກມາຮອດປະຈຸບັນ,ຈີນໄດ້ອອກແຮງພັດທະນາການຄ້າປຸງແຕ່ງແລະໄດ້ຮັບຜົນຢ່າງຫຼວງຫຼາຍ.ການຄ້າປຸງແຕ່ງບໍ່ພພຽງແຕ່ຊຸກຍູ້ການເຕີບໂຕຂອງເສດຖະກິດແຫ່ຊາດຈີນຢ່າງບໍ່ຢຸດຢັ້ງເທົ່ານັ້ນ,ຍັງໄດ້ເພີ່ມຕຳແໜ່ງອອກແຮງງານ,ໄດ້ປົກປັກຮັກສາສະຖຽນລະພາບຂອງສັງຄົມ.ໃນປີກາຍນີ້,ຜະ ລິດຕະພັນການຄ້າປຸງແຕ່ງທີ່ສົ່ງອອກໄດ້ກວມGDP19%.ຜູ້ເຮັດວຽກກ່ຽວກັບການຄ້າປຸງແຕ່ງໂດຍກົງມີ30ລ້ານຫາ40ລ້ານຄົນ.
ໃນຂະນະທີ່ຊຸກຍູ້ການພັດທະນາການຄ້າສົ່ງອອກແລະເສດຖະກິດແຫ່ງຊາດນັ້ນ, ການຄ້າປຸງແຕ່ງຈີນກໍຍັງມີບັນຫາຈຳນວນໜຶ່ງຕ້ອງການຮັບການແກ້ໄຂໂດຍດ່ວນ. ປັດຈຸບັນ, ການຄ້າປຸງແຕ່ງຈີນຍັງຢູ່ໃນລະດັບຕ່ຳຂອງໂລກ, ຂອດປຸງແຕ່ງຕົ້ນຕໍຍັງໂຮມສູນຢູ່ໃນການປະກອບຕິດຕັ້ງສິນຄ້າແລະການຜະລິດເຄື່ອງອາໄຫຼ່ລະດັບຕ່ຳ, ດັ່ງນັ້ນລະດັບເຕັກນິກຕ່ຳ ເຕັກນິກແກນກາງ, ການອອກແບບສິນຄ້າ, ການສະໜັບສະໜູນດ້ວຍຊອຟແວເປັນຕົ້ນ, ສ່ວນຫຼາຍແມ່ນຖືກບໍລິສັດແມ່ຂອງບໍລິສັດຂ້າມຊາດຄວບຄຸມ. ບວກກັບຜະລິດຕະພັນປຸງແຕ່ງສ່ວນຫຼາຍແມ່ນໃນລະດັບຕ່ຳ, ໃນການສົ່ງອອກກໍມັກຖືກຕ່າງປະເທດປະຕິບັດມາດຕະການຕ້ານຂາຍເລຢ່າງງາຍດາຍ, ແລ້ວເກີດມີການຂັດສີກັນເລື້ອຍໆ.
ນາງຫວັງສິນຮວາ ຫົວໜ້າກົມກົນຈັກເຄື່ອງໄຟຟ້າແລະເຕັກໂນໂລຢີຂອງກະຊວງການຄ້າຈີນກ່າວວ່າ, ໂດຍແນໃສ່ບັນຫາການຄ້າປຸງແຕ່ງທີ່ເກີດຂຶ້ນໃນປະຈຸບັນ, ຈີນຕົກລົງຈຳກັດການຄ້າປຸງແຕ່ງຜະລິດຕະພັນລະດັບຕ່ຳ, ແລະບູລະນະການຄຸ້ມຄອງການອະນຸຍາດສົ່ງອອກ. ນີ້ແມ່ນມາດຕະການສຳຄັນຂອງການປະຕິບັດຍຸດທະສາດການພັດທະນາແບບຍືນຍົງຂອງຈີນ, ມີຜົນດີຕໍ່ການແກ້ໄຂຄວາມຂັດແຍ່ງຕ່າງໆ ເຊັ່ນ ການຜ່ອນຄາຍສະພາບຂາດເຂີນພະລັງງານ, ບັນຫາສິ່ງແວດລ້ອມພົ້ນເດັ່ນແລະການຂາດເຂີນຊັບພະຍາກອນແລະອື່ນໆ, ສອດຄ່ອງກັບຄວາມຮຽກຮ້ອງຂອງການພັດທະນາເສດຖະກິດສັງຄົມ, ມີຜົນດີຕໍ່ການຊຸກຍູ້ການສບຊ້ອນອົງປະກອບອຸດສາຫະກຳ ເຮັດໃຫ້ການຄ້າປຸງແຕ່ງປ່ຽນແປງຮູບແບບແລະຍົກລະດັບ, ໃຫ້ການຄ້າຂາເຂົ້າຂາອອກຂອງຈີນພັດທະນາຢ່າງສະໝ່ຳສະເໝີກັນ.
ນາງຫວັງສິນຮວາກ່າວວ່າ, ກະຊວງການຄ້າຈີນຈະປຸກລະດົມວິສາຫະກິດການຄ້າປຸງແຕ່ງຍ້າຍໄປຢູ່ເຂດພາກກາງແລະພາກຕາເວັນຕົກທີ່ດ້ອຍພັດທະນາ. ນາງເວົ້າວ່າ:"ຍ້ອນວ່າຕົ້ນທຶນຂອງພາຫະນະຢູ່ເຂດພາກກາງແລະພາກຕາເວັນຕົກຕ່ຳກວ່າ,ກໍມີທ່າແຮງໃນດ້ານຊັບພະຍາກອນມະນຸດ ການພັດທະນາການຄ້າປຸງແຕ່ງຢູ່ເຂດພາກກາງແລະພາກຕາເວັນຕົກຍັງມີຊ່ອງຫວ່າງຫຼາຍ."
ນາງວາງຊິນຮວາກ່າວວ່າ,ລັດຖະບານຈີນຫວັງວ່າ,ວິສາຫະກິດການຄ້າປຸງແຕ່ງຈົ່ງສັບຊ້ອນອົງປະກອບສິນຄ້າຂອງຕົວໂດຍໄວເທົ່າທີ່ຈະໄວໄດ້,ຍົກລະດັບສິນຄ້າສົ່ງອອກຂອງຕົນ ໃຫ້ສິນຄ້າສົ່ງອອກມີເຕັກນິກສູງກວ່າເກົ່າ,ມີຖານະໃນການແຂ່ງຂັນສາກົນໂດຍອາໄສ ສິດຊັບສິນທາງປັນຍາທີ່ເປັນເຈົ້າຕົນເອງແລະຍີ່ຫໍ້ສິນຄ້າຂອງຕົນ.
|
|
|