ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-26 18:44:15    
ຈີນ​ຮູ້​ສຶກ​ຕົກ​ໃຈ​ແລະ​ບໍ່​ພໍ​ໃຈ​ຕໍ່​ເຈົ້າ​ຫນ້າ​ທີ່​ຍີ່​ປຸ່ນ​ທີ່​ກ່າວ​ຖ້ອຍ​ຄວາມ​ກ່ຽວ​ກັບ​ຈີນ​ຢ່າງ​ບໍ່​ເຫມາະ​ສົມ

cri
ຕາມ​ຂ່າວສານ​ຊິນ​ຮວາ​:ວັນ​ທີ 26 ກໍລະກົດ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຮູ້ສຶກ​ຕື່ນ​ຕົກ​ໃຈ​ແລະ​ບໍ່ພໍ​ໃຈ​ນຳ​ທ່ານ​ໂທ​ໂມ​ຮີ​ໂຄ ທານີ​ກູ​ຊີ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນທີ່ກ່າວ​ຖ້ອຍ​ຄວາມ​ອັນບໍ່​ເຫມາະ​ສົມ​ກ່ຽວ​ກັບເສດຖະກິດ​ຈີນເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ຂ່າວ​ແຈ້ງວ່າ, ທ່ານ​ໂທ​ໂມ​ຮິ​ໂຄ ທານີ​ກູ​ຊີ​ໄດ້​ກ່າວ​ຢູ່​ຮົງ​ກົງ​ວ່າ, ​ເສດຖະກິດ​ຈີນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຈະ​ເຮັດ​ໃຫ້​ອາລົມ​​ຊາດ​ນິຍົມ​ແຮງ​ຂຶ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຄວາມ​ເຫັນ​ຂອງ​ເຈົ້າຫນ້າ​ທີ່​ຍີ່​ປຸ່ນດັ່ງກ່າວ​ບໍ່​ຖືກ​ກັບ​ໂລ​ຊິກ,ຍິ່ງ​ບໍ່​ຄວນ​ກາຍ​ເປັນ​​ເຫດຜົນ​ຕ້ານ​ຈີນ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ, ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ແມ່ນ​ບັນຫາ​ຮ່ວມກັນ​ຂອງ​ສອງ​ຝ່າຍ​ຈີນ​ແລະ​ຍີ່​ປຸ່ນ.ຫວັງ​ໃຫ້​ຍີ່​ປຸ່ນກັບ​ຈີນ​ຈົ່ງ​​ຍ່າງ​ເຂົ້າຫາ​ກັນ, ​ເຮັດ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່ການປົວ​ແປງ​ອາລົມ​ຈິດ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ຫລາຍ,​ແຕ່​ບໍ່​ແມ່ນ​ເຮັດ​ແບບ​ກົງກັນຂ້າມ.