|
 |
(GMT+08:00)
2007-07-18 16:48:29
|
 |
ຫົກຝ່າຍກ່ຽວກັບບັນຫານິວເຄຼຍແຫລມເກົາຫລີເຕົ້າໂຮມກັນຢູ່ປັກກິ່ງເພື່ອວາງແຜນກ່ຽວກັບບາດກ້າວຕໍ່ໄປ
cri
ຕາມຂ່າວສານຊີນຮວາ:ຕອນບ່າຍວັນທີ 18 ກໍລະກົດນີ້,ຢູ່ປັກກິ່ງ, ຄະນະຜູ່ແທນຈີນ ສປປເກົາຫລີ ອາເມລິກາ ຣັດເຊຍ ສເກົາຫລີແລະຍີ່ປຸ່ນໄດ້ຈັດກອງປະຊຸມຫົວຫນ້າຄະນະຜູ່ແທນ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫລມເກົາຫລີ.ກອງປະຊຸມຫົວຫນ້າຄະນະຜູ່ແທນເທື່ອນີ້ຈະເຂົາຫາຫົວຂໍ້ອະພິປາຍໂດຍກົງ,ຫາລືກ່ຽວກັບແນວທາງໃນອະນາຄົດຂອງບັນຫານິວເຄຼຍແຫລມເກົາຫລີ.
ໂດຍຖືເປັນບາດກ້າວສຳຄັນໃນການຜັນຂະຫຍາຍເອກະສານຮ່ວມ 13 ກຸມພາ, ສປປເກົາຫລີໄດ້ອັດສິ່ງກໍ່ສ້າງນິວເຄຼຍຢູ່ເຢີງປຽນໃນອາທິດແລ້ວນີ້.ຝ່າຍຕ່າງໆໄດ້ກ່າວໂດຍທົ່ວໄປວ່າ, ກອງປະຊຸມຫົວຫນ້າຄະນະຜູ່ແທນເທື່ອນີ້ຈະຫາລືກັນໂດຍສະເພະກ່ຽວກັບໄລຍະຕໍ່ໄປ,ຝ່າຍຕ່າງໆຈະສືບຕໍ່ຜັນຂະຍາຍເອກະສານຮ່ວມ 13 ກຸມພາແນວໃດ,ເຊິ່ງລວມທັງການເຣັດໃຫ້ສິ່ງກໍ່ສ້າງນິວເຄຼຍຂອງສປປເກົາຫລີຫມົດສະມັດຕະພາບແລະໃຫ້ຝ່າຍສປປເກົາຫລີລາຍງານແຜນການນິວເຄຼຍທັງຫມົດຂອງຕົນແລະອື່ນໆ.
ວັນທີ 18 ກໍລະກົດນີ້,ທ່ານຊຸນຢຸງວູ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແລະການຄ້າສເກົາຫລີກ່າວຕໍ່ນັກຂ່າວວ່າ,ກອງປະຊຸມຫົວຫນ້າຄະນະຜູ່ແທນເທື່ອນີ້ຈະແລກປ່ຽນຄວາມເຫັນແບບກົງໄປກົງມາກ່ຽວກັບແນວທາງຂອງບັນຫານິວເຄຼຍແຫລມເກົາຫລີໃນອະນາຄົດ,ຝ່າຍຕ່າງໆຈະລົງເລິກປຶກສາຫາລືກັນຢ່າງເຕັມສ່ວນ,ເພື່ອພະຍາຍາມໃຫ້ໄດ້ຮັບຜົນງານໂດຍໄວ.
ທ່ານຮິວ ຜູ່ຊ່ອຍລັດຖະມົນຕີການຕ່າງປະເທດອາມລິກາກ່າວວ່າ, ກອງປະຊຸມຫົວຫນ້າຄະນະເທື່ອນີ້ຈະວາງຕາຕະລາງເວລາໃຫ້ຫນ່ວຍງານ 5 ຫນ່ວຍທີ່ກຳນົດໃນເອກະສານຮ່ວມ 13 ກຸມພາ,ແລະຈະໃຫ້ຫນ່ວຍງານ 5 ຫນ່ວຍນີ້ເລີ່ມເຮັດວຽກ.
ທ່ານເຄນີຊີໂຣ ຊະຊະເອຂອງຄະນະຜູ່ແທນຍີ່ປຸ່ນກໍ່ໄດ້ສະແດງຄວາມປາຖະຫນາທີ່ຢາກໃຫ້ຍີ່ປຸ່ນກັບສປປເກົາຫລີສົນທະນາກັນໂດຍກົງ.
|
|
|