ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-17 19:18:47    
ຈີນ​ກຳລັງ​ອອກ​ແຮງ​ຍົກ​ສູງ​ຄວາມ​ສາມາດ​​ຂອງ​ປ່າ​ໄມ້ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

cri
ຕາມ​ຂ່າວ CRI: ວັນ​ທີ 17 ກໍລະກົດ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈຍ​ຈື້ປ່າງ ຫົວໜ້າ​ກົມ​​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ກຳລັງ​ອອກ​ແຮງ​ຍົກ​ສູງ​ຄວາມ​ສາມາດ​ຂອງປ່າ​ໄມ້​ໃນ​ດ້ານຫຼຸດການ​ລະບາຍ​ອາຍ​ກາກ​ບອນ​ດີ​ອອກ, ​ເພື່ອ​ປະກອບສ່ວນ​ຫຼາຍກວ່າ​ເກົ່າ​​​ເຂົ້າ​ໃນ​ການຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນທົ່ວ​ໂລກ.

​ໃນ​ງານ​ຖະ​ແຫຼງຂ່າວທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ເຈຍ​ຈື້ປ່າ​ງກ່າວ​ວ່າ, ​ໃນ​ເວລາ​​ເພີ່ມ​ທະວີ​ການຄຸ້ມ​ຄອງ​​ແລະ​ຮັກສາປ່າ​ໄມ້​ແລະ​ດິນ​ຊຸ່ມ, ຈີນກໍ່​ໄດ້​ອອກ​ແຮງ​ພັດທະນາ​ພະລັງງານ​ຊີວະ​ຊາດ​ປ່າ​ໄມ້, ພ້ອມ​ກັນ​ນັ້ນ, ກໍ່​ຕັ້ງໜ້າ​ລະດົມ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ແລະ​ທຸລະ​ກິດປ່າ​ໄມ້​ທີ່​ຖື​ການພັດທະນາ​ພະລັງງານ​ຊີວະ​ຊາດ​​ປ່າ​ໄມ້​ເປັນ​ຈຸດປະສົງ.

ຂ່າວ​ແຈ້ງວ່າ, ຮອດ​ປີ 2020, ຈີນ​ຈະ​ສ້າງປ່າ​ໄມ້ທີ່​ເປັນ​ພະລັງງານ​ທີ່​ມີ​ຄຸນນະພາບສູງ 13 ລ້ານ​ກວ່າ​ເຮັກຕາ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ວັດຖຸ​ດິບ​ທີ່​ຜະລິດ​ນ້ຳມັນ​ກາ​ຊວນ​ຊີວະ​ຊາດ 6 ລ້ານ​ກວ່າ​ໂຕນຕໍ່​ປີ.