ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-11 20:24:36    
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ຄາດ​ຄະ​ເນ​ວ່າ,​ໃນ​6​ເດືອນ​ທ້າຍ​ປີ​ນີ້,​ສະ​ພາບ​ທີ່​ຂາ​ອອກ​ຫຼາຍ​ກວ່າ​ຂາ​ເຂົ້າ​ຈະ​ເພີ່ມ​ຂຶ້ນ​ຊ້າ​ລົງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ11​ກໍລະກົດ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວາງ​ຊິ່ນ​ເພີຍ ​ໂຄສົກ​ຖະ​ແຫຼງຂ່າວ​​ກະ ຊວງ​ການ​ຄ້າ​ຈີນ​ຊີ້​ອອກ​ວ່າ,ຄາດ​ວ່າ,​ຄວາມ​ໄວ​ເພີ່ມ​ຂຶ້ນຂອງການຄ້າ​ຂາ​ອອກ​ຫຼາຍກວ່າ​ຂາ​ເຂົ້ານັ້ນຈະ​ຊ້າ​ລົງໃນ​ຫົ​ກ​ເດືອນທ້າຍ​ປີ​ນີ້.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ11​ກໍລະກົດ​ນີ້,ທ່ານ​ວາງ​ຊິ່ນ​ເພີຍ​ເວົ້າວ່າ,ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ພາ​ໃຫ້​​ການ​ຄ້າ​ຂາ​ອອກ​ຫຼາຍກວ່າ​ຂາ​ເຂົ້າເພີ່ມ​ຂຶ້ນ​ໃນ​ຫົກ​ເດືອນ​ຕົ້ນປີ​ນີ້​ແມ່ນ​ຍ້ອນ​ມີ​ບາງ​ວິ​ສາ​ຫະກິດ​ເລັ່ງລັດ​ສົ່ງ​ອອກ​ຜະລິດ​ຕະພັນ​ກ່ອນ​ລັດຖະບານ​ປັບປຸງ​​ນະ​ໂຍບາຍຖອນ​ພາສີຂາ​ອອກ;​ແຕ່​ຄຽງ​ຄູ່​ກັບນະ​ໂຍບາຍ​ຖອນ​ພາສີ​​ຂາ​ອອກ​ຂອງ​ຈີນ​ທີ່​ປັບປຸງ​ແລ້ວນັ້ນ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ1​ກໍລະກົດ​ນີ້,ຄວາມ​ໄວ​​ເພີ່ມ​ຂຶ້ນຂອງ ການ​ຄ້າ​ຂາ​ອອກ​ຫຼາຍກວ່າຂາ​ເຂົ້ານັ້ນຈະ​ຖືກ​ຄວບ​ຄຸມ​ຢ່າງ​ບັງ​ເກີ​ດຜົນ.

ອີງຕາມ​ສະຖິຕິ​ຂອງ​ກົມ​ໃຫຍ່​ພາສີ​ຈີນ,​ໃນ​ຫົກ​ເດືອນ​ຕົ້ນປີ​ນີ້,ການ​ຄ້າ​ຂາ​ອອກ​ຂອງ​ຈີນ​ຫຼາຍກວ່າ​ຂາ​ເຂົ້າ112ຕື້500​ລ້ານ​ໂດ​ລາ,​ເກືອບ​ເພີ່ມ​ຂຶ້ນຄົບເທົ່າ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2006.