|
 |
(GMT+08:00)
2007-06-28 18:59:36
|
 |
ຈີນຮຽກຮ້ອງລັດຖະບານຍີ່ປຸ່ນແກ້ໄຂບັນຫານາງບຳເລີກອງທະຫານແລະແຮງງານຈີນຢ່າງເຫມາະສົມ
cri
ຕາມຂ່າວ cri:ວັນທີ 28 ມິຖຸນານີ້ ຢູ່ທີ່ປັກກິ່ງ, ທ່ານຊິນກາງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນຈົ່ງເົາໃຈໃສ່ນຳສຽງຮຽກຮ້ອງອັນເປັນທຳຂອງປະຊາຄົມໂລກ, ຕັ້ງຫນ້າປະຕິບັດຕໍ່ແລະແກ້ໄຂບັນຫານາງບຳເລີກອງທະຫານດ້ວຍທ່າທີທີ່ຮັບຜິດຊອບຕໍ່ປະຫວັດສາດ.
ວັນທີ 26 ມິຖຸນານີ້, ຄະນະກຳມາທິການວຽກງານການຕ່າງປະເທດຂອງສະພາຕ່ຳອາເມລິກາໄດ້ຜ່ານມະຕິຕິຕຽນຍີ່ປຸ່ນຂຶນເກນເອົາແມ່ຍິງປະເທດຕ່າງໆຢູ່ອາຊີໄປເປັນນາງບຳເລີໃນກອງທະຫານຍີປຸ່ນໃນໄລຍະສົງຄາມໂລກຄັ້ງທີ 2, ຮຽກຮ້ອງໃຫ້ນາຍົກລັດຖະມົນຕີຍີ່ປຸ່ນອອກຖະແຫລງການຂໍຄະມາໂທດກ່ຽວກັບບັນຫານາງບຳເລີຢ່າງເປີດເຜີຍ.
ນອກນີ້,ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບສານຍີປຸ່ນປະ ຕິບັດໃຊ້ຄ່າທົດແທນແກ່ແຮງງານຈີນໃນສະໄຫມສົງຄາມໂລກຄັ້ງທີສອງໃນວັນທີ 28 ມິຖຸນານີ້,ທ່ານຊິນກາງກ່າວວ່າ, ຄືກັນກັບການຂຶນເກນເອົານາງບຳເລີ,ການຂຶນເກນເອົາແຮງງານຈີນເປັນຂ້ອຍຂ້ານັ້ນກໍ່ແມ່ນໂທດກຳອັນຫນັກຫນ່ວງອີກອັນຫນຶ່ງທີ່ລັດທິລັດຖະທະຫານຍີປຸ່ນກະທຳຕໍ່ປະຊາຊົນຈີນ.ລັດຖະບານຈີນກໍ່ຮຽກຮ້ອງລັດຖະບານຍີ່ປຸ່ນປະຕິບັດຕໍ່ແລະແກ້ໄຂບັນຫານີ້ຢ່າງຖືກຕ້ອງແລະເຫມາະສົມດ້ວຍທ່າທີຮັບຜິດຊອບຕໍ່ປະຫວັດສາດ.
|
|
|