ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-26 11:39:11    
ບັນ​ຫາ​ໂອນ​ທຶນ​ສປປ​ເກົາ​ຫຼີ​ໄດ້​ຮັບ​ການ​ແກ້​ໄຂ,​ສປປ​ເກົາ​ຫຼີ​ຈະ​ເລີ່ມ​ປະ​ຕິ​ບັດ​ເອ​ກະ​ສານ​ຮ່ວມ​13​ກຸມ​ພາ

cri
ຕາມ​ຂ່າວCRI,​ວັນ​ທີ​25​ມິ​ຖຸ​ນາ​ນີ້,​ຢູ່​ພຽງ​ຢາງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສປປ​ເກົາ​ຫຼີ​ປະ​ກາດ​ວ່າ,​ບັນ​ຫາ​ໂອນ​ທຶນ​ສປປ​ເກົາ​ຫຼີ​ທີ່​ຖືກ​ງົດ​ຢູ່​ທະ​ນາ​ຄານ​ເດ​ທາ​ອາ​ຊີ​ຂອງ​ມາ​ກາວ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ,​ສປປ​ເກົາ​ຫຼີ​ຈະ​ປະ​ຕິ​ບັດ​ເອ​ກະ​ສານ​ຮ່ວມ​13​ກຸມ​ພາ​ຄື​ການ​ເຄື່ອນ​ໄຫວ​ເບື້ອງ​ຕົ້ນ​ເພື່ອ​ປະຕິບັດ​ຖະ​ແຫຼງ​ການ​ຮ່ວມ​ທີ່​ຕົກ​ລົງ​ກັນ​ໃນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ.

ຂ່າວສານ​ສູນ​ກາງ​ສປປ​ເກົາຫຼີ​ໄດ້​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ໂຄສົກ​ຜູ່​ນີ້​ມາລາ​ຍງານ​ວ່າ,​ເລີ່​ມ​ແຕ່​ວັນ​ທີ26​ມິ​ຖະນາ​ເປັນ​ຕົ້ນ​​ໄປ,ສປປ​ເກົາຫຼີຈະ​ພ້ອມ​ກັບ​ຄະນະ​ຜູ່​ແທນ​ເຮັດ​ວຽກ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ ຫາລື​ບັນ​ຫາ​ກ່ຽວ​ກັບ​ການ​ຢຸດ​ເຊົາ​ການ​ໝູນ​ເດີນ​ຂອງສິ່ງ​ກໍ່ສ້າງ​ນີວ​ເຄຼຍ​,​ແລະ​ດຳ​ເນີນ​ວຽກ​ງານ​ຕິດຕາມ​ກວດກາຢູ່​ພຽງ​ຢາງ.

ມື້​ດຽວ​ກັນ,​ຢູ່​ວໍ​ຊິງ​ຕັນ, ທ່ານ​ຄຼິສ​ໂຕ​ເຟີ ຮີ​ວ ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ,ຫົວໜ້າ​ຄະນະ​ຜູ່​ແທນ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ ກ່າວ​ວ່າ,​ສິ່ງ​ກໍ່​ສ້າງ​ນີວ​ເຄຼຍ​ຂອງ​ສປປ​ເກົາ​ຫຼີ​ຈະ​ຢຸດ​ເຊົາ​ການ​ໝູນ​ເດີນ​ພາຍ​ໃນ​ປີ​ນີ້.ທ່ານ​ຍັງ​ກ່າວ​ວ່າ,​ຝ່າຍ​ຕ່າງໆ​ຂອງ​ກາ​ນ​ເຈ​ລະ​ຈາ​ຫົກ​ຝ່າຍ​ຫວັງ​ໃຫ້​ຟື້ນ​ຟູ​ການ​ເຈລະຈາ​ຄືນ​ໃໝ່​ໃນ​ອາ​ທິດ​ທີ​ສອງ​ຂອງ​ເດືອນ​ກໍ​ລະ​ກົດ​ປີ​ນີ້,​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຫົກຝ່າຍ​ກໍ​ຈະ​ຈັດ​ການ​ເຈ​ລະ​ຈາ​ກັນ.

ວັນ​ທີ25​ມິຖຸນາ​ນີ້,ທ່ານ​ຊີ​ໂອ​ຈາ​ຄິ ຢາ​ຊູ​ຮິ​ຊາ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນກ່າວ​ວ່າ,ຖ້າວ່າ​ສປປ​ເກົາຫຼີ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ເບື້ອງ​ຕົ້ນ,​ການ​ເຈ​ລະຈາ​ລະດັບລັດຖະມົນຕີ​ການ​ຕ່າງປະ​ເທດ​ຫົກ​ຝ່າຍ​ຈະ​ບໍ່​ສາ​ມາດ​ຈັດ​ຂຶ້ນ​ໄດ້.