ຈີນນຳໃຊ້ພະລັງງານຄວາມຮ້ອນໃຕ້ດິນຫຼາຍທີໜຶ່ງໃນໂລກ
cri
Author: cai
ຕາມຂ່າວສານຊີນຮວາ:ປະຈຸບັນ,ໃນແຕ່ລະປີ,ຈີນໄດ້ນຳໃຊ້ພະລັງງານຄວາມຮ້ອນໃຕ້ດິນຫຼາຍທີໜຶ່ງໃນໂລກ,ແລະເພີ່ມຂຶ້ນເກືອບ 10% ຕໍ່ປີ.
ທ່ານຊືຕີ້ງຮວນ ປະທານສະມາຄົມພະລັງງານທີ່ເກີດໃໝ່ໄດ້ຂອງຈີນແຈ້ງໃຫ້ຊາບວ່າ,ຊັບພະຍາກອນຄວາມຮ້ອນໃຕ້ດິນນອກຈາກສາມາດໃຊ້ມາຜະລິດໄຟຟ້າແລ້ວ,ຍັງແມ່ນເຕັກນິກພະລັງງານທີ່ເກີດໃໝ່ໄດ້ທີ່ມີປະສິດທິພາບສູງແລະປະຢັດພະລັງງານຊະນິດໜຶ່ງ,ໃນຫຼາຍປີມານີ້,ເຕັກນິກປ້ຳສູບເອົາຄວາມຮ້ອນໃຕ້ດິນໄດ້ຮັບຄວາມສົນໃຈຫຼາຍຈາກສັງຄົມ.ປະຈຸບັນ,ຈີນໄດ້ຕິດຕັ້ງລະບົບປ້ຳສູບຄວາມຮ້ອນໃຕ້ດິນໃສ່ສິ່ງກໍ່ສ້າງມີເນື້ອທີ່ກາຍ 30 ລ້ານຕາແມັດແລ້ວ.
ຈີນມີຊັບພະຍາກອນຄວາມຮ້ອນໃຕ້ດິນອຸດົມສົມບູນ,ແຕ່ນຳໃຊ້ບໍ່ຫຼາຍ.ໃນອົງປະກອບພະລັງງານ,ຄວາມຮ້ອນໃຕ້ດິນກວມມີອັດຕາສ່ວນບໍ່ຮອດ 0,5%.ຫວ່າງມໍ່ໆນີ້,ເຈົ້າໜ້າທີ່ກະຊວງທີ່ດິນແລະຊັບພະຍາກອນທຳມະຊາດຂອງຈີນກ່າວວ່າ,ຈີນຈະປະຕິບັດນະໂຍບາຍສົ່ງເສີມທີ່ບັງເກີດຜົນ,ເລັ່ງລັດການພັດທະນານຳໃຊ້ຊັບພະຍາກອນຄວາມຮ້ອນໃຕ້ດິນ.
|
|