|
 |
(GMT+08:00)
2007-06-13 20:28:04
|
 |
ນາງອູອີເຂົ້າຮ່ວມພິທີວາງສີລາຈາລືກຂອງສູນການຄ້າຈີນມົສກູ
cri
Author: shuo
 ຕາມຂ່າວສານຊິນຮວາ:ວັນທີ12ມິດຖຸນານີ້,ຢູ່ມົສກູ,ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີວາງສີລາຈາລືກຂອງສູນການຄ້າຈີນມົສກູ.ທ່ານອາເລັກຊານເດີ ຈູຄົຟ ຮອງນາຍົກລັດຖະມົນຕີຣັດເຊຍແລະທ່ານຢູຣີ ລູຈ໌ຄົຟ ເຈົ້າຄອງນະຄອນມົສກູໄດ້ເຂົ້າຮ່ວມພິທີ.
 ໃນເວລາກ່າວຄຳປາໄສ,ນາງອູອີເວົ້າວ່າ,ການສ້າງສູນການຄ້າຈີນມົສກູແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຢ່າງວ່ອງໄວຂອງການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນກັບຣັດເຊຍ,ຈະສະໜອງການບໍລິການດ້ານກາຄ້າທີ່ມີລະດັບສູງແລະຮອບດ້ານໃຫ້ວິສາຫະກິດສອງປະເທດ.ນາງຫວັງວ່າ,ໃນຖານະເປັນແບບ ຢ່າງອັນດີເລີດຂອງໂຄງການລົງທຶນຂະໜາດໃຫຍ່ຂອງຈີນຢູ່ຣັດເຊຍ,ສູນການຄ້າຈີນມົສ ກູຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ສູງຂຶ້ນ.
ເນື້ອທີ່ແຜນຜັງຂອງສູນການຄ້າຈີນມົສກູມີ2ແສນແມັດຕາ,ຄາດວ່າຈະມອບໃຫ້ໃຊ້ໃນປີ2010.
|
|
|