|
 |
(GMT+08:00)
2007-06-05 17:37:25
|
 |
ເວທີປຶກສາຫາລືກ່ຽວກັບການເຮັດໃຫ້ການຄ້າສະດວກກວ່າເກົ່າຂອງເອເປັກປີ2007ຈັດຂຶ້ນຢູ່ຮົງກົງ
cri
ຕາມຂ່າວສານຊິນຮວາ,ເວທີປຶກສາຫາລືກ່ຽວກັບການເຮັດໃຫ້ການຄ້າສະດວກກວ່າເກົ່າຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືເອເປັກປີ2007ທີ່ຈະດຳເນີນເປັນເວລາສອງມື້ໄດ້ຈັດຂຶ້ນຢູ່ຮົງກົງໃນວັນທີ4ມິຖຸນານີ້.ຈຸດປະສົງຂອງເວທີປຶກສາຫາລືເທື່ອນີ້ແມ່ນເພື່ອໃຫ້ຕົວແທນສາທາລະນະຊົນແລະວົງການການຄ້າດຳເນີນການສົນທະນາໂດຍກົງ,ເພື່ອໃຫ້ມາດຕະການກ່ຽວກັບການເຮັດໃຫ້ການຄ້າສະດວກກວ່າເກົ່າທີ່ຈະວາງອອກໃນຕໍ່ໜ້ານັ້ນສາມາດຕອບສະໜອງກັບສະພາບດຳເນີນທຸລະກິດໃຫ້ດີກວ່າເກົ່າ.
ໃນເວລາກ່າວຄຳອວຍພອນ,ທ່ານວາງຢົງພິງ ຫົວໜ້າພະແນກອຸດສາຫະກຳການຄ້າແລະວິທະຍາສາດເຕັກໂນໂລຊີຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ,ນັບແຕ່ປີ1994ເປັນຕົ້ນມາ,ການຄ້າສິນຄ້າລະຫວ່າງສະມາຊິກຂອງເອເປັກໄດ້ເພີ່ມຂຶ້ນຫຼາຍກວ່າ1ເທົ່າ,ຄືຈາກ1400ຕື້ໂດລາເພີ່ມຂຶ້ນຮອດ3000ຕື້ກວ່າໂດລາ.ການຄ້າຂອງຮົງກົງມີ80%ແມ່ນດຳເນີນກັບສະມາຊິກຂອງເອເປັກ.
|
|
|