|
 |
(GMT+08:00)
2007-05-29 18:41:30
|
 |
ຝ່າຍຈີນຮຽກຮ້ອງໃຫ້ຝ່າຍຍີ່ປຸ່ນຢ່າສູ່ສະຫນອງເວທີການເມືອງໃຫ້ອິດທິກຳລັງເປັນເອກະລາດທີ່ແຍກຕົວໄຕ້ຫວັນ
cri
Author: sayvanny
ຕາມຂ່າວ cri: ໃນງານຖະແຫລງຂ່າວທີ່ຈັດຂຶ້ນຢູ່ປັກກິ່ງເປັນປະ ຈຳໃນວັນທີ 29 ພຶດສະພານີ້, ທ່ານນາງຈ່ຽງອີ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນໄດ້ຕໍ່ວ່າຕໍ່ຂານກັບຝ່າຍຍີ່ປຸ່ນຢ່າງເຄັ່ງຂຶມກ່ຽວກັບທ່ານລິເຕິ່ງຫຸ່ຍ ອະດີດຜູ່ນຳໄຕ້ຫວັນຈະຢ້ຽມຢາມຍີ່ປຸ່ນໃນວັນທີ 30 ພຶດສະພານີ້,ແລະຮຽກຮ້ອງຝ່າຍຍີ່ປຸ່ນຢ່າສູ່ສະຫນອງເວທີການເມືອງໃຫ້ອິດທິກຳລັງເປັນເອກະລາດຂອງໄຕ້ຫວັນ.
ທ່ານນາງຈ່ຽງອີເວົ້າວ່າ: ທ່ານລິເຕິ່ງຫຸ່ຍແມ່ນຄົນແບບໃດ,ຄົນທັງຫລາຍກໍ່ຮູ້ດີແລ້ວ,ກິລິຍາວາຈາຂອງເຂົາໃນຫລາຍປີມານນີ້ໄດ້ຢັ້ງຢືນໃຫ້ເຫັນທາດແທ້ຂອງເຂົາທີ່ເປັນອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດຢ່າງເຕັມສ່ວນແລ້ວ.
ທ່ານນາງຈ່ຽງອີເວົ້າວ່າ,ຝ່າຍຈີນຮຽກຮ້ອງຢ່າງແຮງກ້າໃຫ້ຝ່າຍຍີ່ປຸ່ນເອົາໃຈໃສ່ໃນລະດັບສູງນຳບັນຫາທີ່ຈີນສົນໃຈທີ່ສຸດ,ເຄົາລົບຫລັກການຂອງເອກະສານການເມືອງສາມສະບັບເຊັ່ນຖະແຫລງການຮ່ວມຈີນຍີ່ປຸ່ນເປັນຕົ້ນ,ປະຕິບັດຕາມຄຳຫມັ້ນສັນຍາກ່ຽວກັບບັນຫາໄຕ້ຫວັນດ້ວຍການກະທຳຕົວຈິງ.
|
|
|