ກະຊວງການຄ້າຈີນຄາດວ່າຍອດມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນໃນປີນີ້ຈະກາຍ 2100 ຕື້ໂດລາ
cri
Author: sayvanny
ຕາມຂ່າວ cri:ວັນທີ 17 ພຶດສະພານີ້,ກະຊວງການຄ້າຈີນໄດ້ເຜີຍແຜ່ບົດລາຍງານສະຖານະການການຄ້າຕໍ່ຕ່າງປະເທດຂອງຈີນປະຈຳລະດູບານໃຫມ່ປີ 2007 ຄາດວ່າ,ປີນີ້,ຍອດມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນຈະກາຍ 2100 ຕື້ໂດລາ,ເພີ່ມຂຶ້ນຫລາຍກວ່າໄລຍະດຽວກັນຂອງປີກາຍ 20%. ບົດລາຍງານດັ່ງກ່າວເຫັນວ່າ, ປີນີ້,ເສດຖະກິດການຄ້າຂອງໂລກຍັງຢູ່ໃນໄລຍະຮອບຫມູນວຽນທີ່ຂະຫຍາຍຕົວ,ເສດຖະກິດຈີນຈະສືບຕໍ່ຮັກສາການເພີ່ມຂຶ້ນອ່າວໄວຢ່າງສະຫມ່ຳສະເຫມີບົນພື້ນຖານທີ່ມີອົງປະກອບດີຂຶ້ນ,ປະສິດທິພາບສູງຂຶ້ນ ປັດຢັດພະລັງງານແລະຫລຸດການສິ້ນເປືອງ,ການພັດທະນາການຄ້າຕໍ່ຕ່າງປະເທດຂອງຈີນມີສະພາບແວດລ້ອມທີ່ດີໂດຍທົ່ວໄປ,ຫມົດປີນີ້,ອາດຈະຍັງຮັກສາການເພີ່ມຂຶ້ນ ໄວ.
ສະຖິຕິສະແດງໃຫ້ເຫັນວ່າ, ໃນ 4 ເດືອນຕົ້ນປີນີ້,ຍອດມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນໄດ້ບັນລຸ 635 ຕື້ກວ່າໂດລາ,ເພີ່ມຂຶ້ນຫລາຍກວ່າໄລຍະດຽວກັນຂອງປີກາຍ 23,6%,ຂາອອກຫລາຍກວ່າຂາເຂົ້າ 63 ຕື້ 300 ລ້ານໂດລາ.
|
|