
ຕາມຂ່າວ CRI: ວັນທີ 12 ພຶດສະພານີ້, ຢູ່ວຽງຈັນ, ໃນເວລາໃຫ້ສຳພາດຕໍ່ຄະນະນັກຂ່າວຂອງ "ການເດີນທາງແຫ່ງການຮ່ວມມືຈີນອາຊຽນ", ທ່ານພ່ານກວາງເຊ ເອກອັກຄະລັດຖະທູດຈີນປະຈຳລາວຊີ້ອອກວ່າ, ເພີ່ມທະວີການຮ່ວມມືລະຫວ່າງຈີນກັບລາວ, ຕ້ອງຍຶດໝັ້ນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປະສານສົມທົບກັນ, ແລະມີການປະດິດຄິດສ້າງໃໝ່.
ທ່ານພ່ານກວາງເຊເຫັນວ່າ, ແຕ່ປີ 1989 ທີ່ຈີນລາວຟື້ນຟູສາຍສຳພັນທາງການທູດເປັນປົກກະຕິເປັນຕົ້ນມາ, ການພົວພັນແຫ່ງການຮ່ວມມືດ້ວຍໄມຕີຈິດລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງແລະໄດ້ບັນລຸລະດັບດີທີ່ສຸດໃນປະຫວັດສາດ, ປະຊາຊົນສອງປະເທດໄດ້ຮັບຜົນຕົວຈິງຢ່າງຫຼວງຫຼາຍ. ທ່ານຊີ້ອອກວ່າ, ການເພີ່ມທະວີການຮ່ວມມືລະຫວ່າງຈີນລາວ, ກ່ອນອື່ນ, ຕ້ອງຍຶດໝັ້ນການໃຫ້ສອງຝ່າຍໄດ້ຮັບຜົນປະໂຫຍດນຳກັນ, ຈຶ່ງສາມາດເຮັດໃດ້ເຖິງຂັ້ນພັດທະນາຢ່າງຍືນຍົງ. ຈີນກຳລັງດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກ, ລາວກໍ່ພວມດຳເນີນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກ, ການຮ່ວມມືລະຫວ່າງສອງຝ່າຍຄວນເພີ່ມທະວີການປະສານສົມທົບກັນ, ໃຫ້ຂະຫຍາຍຕົວຢ່າງສະໝ່ຳສະເໝີກັນແລະຮອບດ້ານ. ຮູບການແຫ່ງການຮ່ວມມືຂອງສອງຝ່າຍກໍຄວນມີການປະດິດສ້າງເລື້ອຍໆ, ຢູ່ບົນພື້ນຖານໂຄງການຮ່ວມມືທີ່ເຄີຍມີມາໃນອະດີດ, ຊອກຫາວິທີຮ່ວມມືແບບໃໝ່, ເພື່ອຍົກສູງພະລັງຊີວິດຂອງການຮ່ວມມືລະຫວ່າງສອງປະເທດ.
|