ປີ2006,ລາຍຮັບລາຍຈ່າຍສາກົນຂອງຈີນໄດ້ຮັກສາການໄດ້ປຽບໃນສອງລາຍການ
cri
Author: shuo
ຕາມຂ່າວCRI:ບົດລາຍງານລາຍຮັບລາຍຈ່າຍສາກົນຂອງຈີນທີ່ກົມຄຸ້ມຄອງເງິນຕາຕ່າງ ປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ,ໃນປີ2006,ລາຍການລາຍຮັບລາຍຈ່າຍສາກົນປະຈຳຂອງຈີນແລະລາຍການເງິນທຶນແລະການທະນາຄານຂອງຈີນລ້ວນແຕ່ໄດ້ປຽບ,ຄັງສຳຮອງເງິນຕາຕ່າງປະເທດເພີ່ມຂຶ້ນຢ່າງວ່ອງໄວ.
ບົດລາຍງານຂຽນວ່າ,ປີ2006,ລາຍການລາຍຮັບລາຍຈ່າຍສາກົນປະຈຳຂອງຈີນໄດ້ປຽບ 249ຕື້900ລ້ານໂດລາ,ລາຍການເງິນທຶນແລະການທະນາຄານຂອງຈີນດຸນໄດ້ປຽບ10ຕື້ໂດລາ.
ການໄດ້ປຽບໃນສອງລາຍການເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງຈີນເຕີບໂຕຕໍ່ໄປ.ຕາມຕົວເລກຫຼ້າສຸດ,ຮອດທ້າຍເດືອນມີນາປີ2007,ມູນຄ່າເຫຼືອຂອງຄັງສຳຮອງເງິນ ຕາຕ່າງປະເທດຂອງຈີນມີ1202ຕື້ໂດລາ,ເພີ່ມຂຶ້ນ37,36%ເມື່ອທຽບໃສ່ເດືອນມີນາປີ 2006.
|
|