ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-11 16:48:29    
​4​ເດືອນ​ທຳ​ອິດ​ປີ​ນີ້,​ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​23,6%

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕາມ​ສະຖິຕິ​ຂອງ​ກົມ​ໃຫຍ່​ພາສີ​ຈີນ,​ນັບແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ເມສາ​ປີ​ນີ້,ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ມີ​ເຖິງ635​ຕື້730​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ23,6%​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2006,​ໃນ​ນັ້ນຂາ​ອອກ​ຫຼາຍກວ່າ​ຂາ​ເຂົ້າ63 ຕື້​300​ລ້ານ​ໂດ​ລາ.

ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້,ການເພີ່ມ​ຂຶ້ນຂອງ​ການຄ້າ​ຂາ​ອອກ​ຜະລິດ​ຕະ ພັນ​ກົນຈັກ​ແລະ​ເຄື່ອງ​ໄຟຟ້າຂອງ​ຈີນ​ສືບ​ຕໍ່​ສູງ​ກວ່າ​ລະດັບສະ​ເລ່ຍຂອງ​ການ​ຂາ​ອອກ, ຍອດ​ມູນ​ຄ່າ​ການ​ຄ້າຂາ​ອອກ​ຜະລິດ​ຕະພັນຊະນິດ​ນີ້​ກວມ50%ຂຶ້ນ​ໄປຂອງຍອດ​ມູນ​ຄ່າ​ການ​ຄ້າຂາ​ອອກ​ຂອງ​ຈີນ.

ນອກ​ນີ້,ການ​ຄ້າຂາ​ອອກ​ສິນຄ້າ​ບໍລິ​ມາດ​ໃຫຍ່​ທີ່​ມາ​ດົນ​ນານ​ແລ້ວ​ ​ເຊັ່ນ​ເຄື່ອງ​ນຸ່ງ ​ແຜ່ນ​ແພ ແລະ​ເກີບ​ເປັນຕົ້ນຍັງ​ຮັກສາ​ທ່ວງທ່າ​ເຕີບ​ໂຕ​​ໄດ້​ດີ.

​ໃນ​ດ້ານ​ຂາ​ເຂົ້າ,ຜະລິດ​ຕະພັນ​ຂັ້ນຕົ້ນ ກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າ ​ຜະລິດ​ຕະພັນ​ເຄມີ​ແລະ​ລົດຍົນ​ເປັນຕົ້ນລ້ວນ​ແຕ່​ເຕີບ​ໂຕ​ຢ່າງ​ເດັ່ນ​ຊັດ.