|
 |
(GMT+08:00)
2007-05-09 18:20:19
|
 |
ຈີນຈະພັດທະນາບໍ່ນ້ຳມັນຈີ້ຕົ່ງນານປາວທີ່ຄົ້ນພົບໃໝ່
cri
ຕາມຂ່າວCRI,ຫວ່າງມໍ່ໆນີ້,ທ່ານຫູເວິນຢຸ້ຍ ຮອງປະທານກຸ່ມບໍລິສັດນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນໄດ້ແຈ້ງໃຫ້ສື່ມວນຊົນຊາບວ່າ,ບໍ່ນ້ຳມັນຈີ້ຕົ່ງນານປາວທີ່ມີປະລິມານສະສົມເຖິງ1ຕື້ໂຕນ,ແມ່ນບໍ່ນ້ຳມັນໃຫຍ່ທີ່ຫາກໍ່ຄົ້ນພົບ,ຈີນຈະພັດທະນາບໍ່ນ້ຳມັນເຊື້ອໄຟດັ່ງກ່າວຕາມແຜນການ.ຄາດວ່າເມື່ອຮອດປີ2012,ບໍ່ນ້ຳມັນແຫ່ງນີ້ຈະຜະລິດນ້ຳມັນໄດ້ເຖິງ10ລ້ານໂຕນຕໍ່ປີ.
ບໍ່ນ້ຳມັນຈີ້ຕົ່ງນານປາວຕັ້ງຢູ່ໃນເມືອງຖາງຊ່ານແຂວງເຮີເປ ພາກເໜືອຂອງຈີນ.
ທ່ານຫູເວິນຢຸ້ຍກ່າວວ່າ,ໃນຄວາມສາມາດຜະລິດນ້ຳມັນ10ລ້ານໂຕນຕໍ່ປີດັ່ງກ່າວ,ການຂຸດຄົ້ນທາງທະເລມີ7ລ້ານໂຕນ,ສ່ວນການຂຸດຄົ້ນທາງບຸກກໍມີ3ລ້ານໂຕນ.
ທ່ານຫູເວິນຢຸ້ຍກ່າວວ່າ,ກຸ່ມບໍລິສັດນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນຈະນ້ຳໃຊ້ເຕັກນິກທີ່ກ້າວໜ້າທີ່ສຸດເຂົ້າໃນການກໍ່ສ້າງບໍ່ນ້ຳມັນຈີ້ຕົ່ງນານປາວ,ຄືສ້າງເກາະນ້ອຍເທິງທະເລ,ເມື່ອຂຸດຄົ້ນເອົານ້ຳມັນຢູ່ໃນທະເລແລ້ວກໍ່ສົ່ງຂຶ້ນເທິງບົກຕາມທໍ່ສົ່ງນ້ຳມັນ.ໃນເວລາພັດທະນາບໍ່ນ້ຳມັນຍັງຈະໃຊ້ມາດຕະການຕ່າງໆເພື່ອບໍ່ໃຫ້ມີມົນລະພິດຕໍ່ສິ່ງແວດລ້ອມແລະຫຼຸດການລະບາຍສິ່ງໂສໂຄກ.
|
|
|