ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-15 20:50:14    
ງານ​ຊື້​ຂາຍ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ​101​ໄຂ​ຂຶ້ນ​ຢູ່​​ເມືອງ​ກວາງ​ໂຈ່ວ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ15​ເມສາ​ນີ້,ງານຊື້ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ຄັ້ງທີ101​ໄຂ​ຂຶ້ນຢູ່​ກວາງ​ໂຈ່​ວ ​ເມືອງ​ພາກ​​ໃຕ້​ຂອງ​ຈີນ.

ງານ​ຊື້ຂາຍ​ສິນຄ້ານີ້​​ແຕ່​ເດີມແມ່ນ​ງານ​ຊື້​ຂາຍ​ສິນຄ້າ​ຂາ​ອອກ​ຂອງ​ຈີນ,​ແມ່ນ​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ.​ເພື່ອ​ຊຸກ​ຍູ້​ໃຫ້​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ​ແລະ​ດຸນ​ດ່ຽງ​ກັນ,​ເລີ່​ມ​ແຕ່​ຄັ້ງນີ້​ເປັນຕົ້ນ​ໄປ,​ລັດ ຖະ​ບານ​ຈີນ​ໄດ້​ປ່ຽນ​ຊື່​ໃຫ້​ເປັນ​ງານ​ຊື້​ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ,​ໄດ້​ຈັດ​ເຂດ​ວາງ​ສະ​ແດງ​ສິນ​ຄ້າ​ຂາ​​ເຂົ້າ​ໂດຍ​ສະ​ເພາະ.​ວິ​ສາ​ຫະກິດ314​ແຫ່ງ​ທີ່​ມາ​ຈາກ36​ປະ​ເທດ​ແລະ​ເຂດ​ແຄ້ວນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນຄ້າ​ຂາ​ເຂົ້າສະ​ໄໝ​ນີ້​.

​ໃນ​ພິທີ​​ໄຂ​ເຂດ​ວາງ​ສະ​ແດງ​ສິນຄ້າ​ຂາ​ເຂົ້າ,ທ່ານ​​ເກົ່າ​ຫູ​ເຊິ​ງ ລັດຖະມົນຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ເມື່ອ​ໄດ້​ເພີ່ມ​ຕື່ມ​ສັບ​ພະ​ຄຸນ​ຂາ​ເຂົ້າ​ແລ້ວ,ງານ​ຊື້ຂາຍ​ສິນຄ້າ​ກວາງ​ໂຈ່ວ​ຈະ​ອຳ​ນວຍ​ໂອ​ກາດ​ໃຫ້​ວິ​ສາ​ຫະກິດ​ຕ່າງ​ປະ​ເທດ​ຫຼາຍກວ່າ​ເກົ່າ​ຮູ້​ສະ​ພາບ​ຕະ​ຫຼາດ​ຈີນ​ດີ​ຍິງ​ຂຶ້ນ​ແລະ​ມີ​ໂອ​ກາດ​ເຂົ້າ​ສູ່​ຕະ​ຫຼາດ​ຈີນ,​ມາດ​ຕະ​ການ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ເຕັມ​ທີ່​ເພື່ອ​ປັບ​ປຸງ​ຄວາມ​ດຸນ​ດ່ຽງ​ດ້ານ​ການ​ຄ້າ​ໃຫ້​ດີ​ຂຶ້ນ.