ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-13 13:51:29    
ພັກ​ການ​ເມືອງ​ຕ່າງໆ​ຂອງ​ຍີ່ປຸ່ນ​ຕີ​ລາ​ຄາ​ສູງ​ຕໍ່​ການ​ກ່າວ​ປາ​ຖະ​ກະຖາ​ຂອງ​ນາ​ຍົກ​ຈີນ​ຢູ່​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ

cri Author: cai
ຕາມ​ຂ່າວCRI:ໜັງສືພິມ"ອາຊາ​ຮີ​ຊິມບູນ"ຂອງ​ຍີ່ປຸ່ນສະບັບວັນ​ທີ 13 ​ເມສາ​ນີ້ລາຍ​ງານ​ວ່າ,ຕອນ​ເຊົ້າ​ວັນ​ທີ 12 ​ເມສາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ພວມ​ຢ້ຽມຢາມ​ຍີ່ປຸ່ນ​ໄດ້ກ່າວ​ປາຖະກະຖາ​​ຢູ່​ລັດຖະ​ສະພາ​ຍີ່ປຸ່ນ,​ແລະໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ຍີ່ປຸ່ນ,​ເຫັນ​ວ່າ,ການ​ກ່າວ​ປາຖະກະຖາ​ໄດ້​ຊີ້​ອອກຢ່າງຈະ​ແຈ້ງວ່າ​ຈີນ​ຍີ່ປຸ່ນ​ຕ້ອງ​ອວ່າຍໜ້າ​ໄປ​ສູ່​ອະນາຄົດ,ພວກ​ທ່ານ​ຖື​ວ່າ​ເປັນປາ​ຖະ​ກະ​ຖາ​ທີ່​ດີ​ເລີດ.

ໜັງ​ສື​ພິມ​ດັ່ງກ່າວ​ລາຍ​ງານ​ວ່າ,​ໃນ​ບົດ​ປາຖະ​ກະ​ຖາ,​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ປະ​ຫວັດ​ສາດ,ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນສະ​ແດງ​ທ່າ​ທີ​ຂອງ​ຕົນ​ທີ່​ມີ​ຕໍ່​ບັນຫາ​ນີ້​ຢ່າງ​ຈະ​ແຈ້ງ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.ຕໍ່​ເລື່ອງ​ນີ້,ທ່ານ​ນີຄາ​ອີ ​ໂທ​ຊີ​ຮີ​ໂຣ ປະ​ທານ​ຄະ​ນະ​ກຳມະ​ການ​ນະ​ໂຍບາຍ​ຂອງ​ລັດຖະ​ສະພາ​ທີ່​ສັງກັດ​ພັກ​​ເສລີປະ​ຊາທິປະ​ໄຕຍີ່ປຸ່ນ​ຊີ້​ອອກ​ວ່າ,"ຜູ້​ຕີ​ຜູ້​ອື່ນນັ້ນ​ລືມ​ແລ້ວ,​ແຕ່​ຜູ້​ຖືກ​ຕີ​ແມ່ນບໍ່​ລືມຈັກ​ເທື່ອ,ຍີ່ປຸ່ນ​ຕ້ອງ​ຈື່​ຂໍ້​ນີ້​ໄວ້ທຸກ​​ເວລາ."ທ່ານ​ຮາ​ໂທ​ຢາ​ມາ ຢູຄີ​ໂອ ຜູ້ອຳ​ນວຍ​ການ​ໃຫຍ່​ພັກ​ປະຊາ​ທິປະ​ໄຕ​ຍີ່ປຸ່ນທີ່​ບໍ່​ກຳ​ອຳນາດ​ຊີ້​ອອກ​ວ່າ,ລັດຖະບານ​ຍີ່ປຸ່ນ​ຕ້ອງ​ພິຈາ​ລະນາຢ່າງ​ຈິງ​ຈັງ​ຕໍ່ບົດ​ປາຖະກະຖາ​ຂອງ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ,​ແລະຕອບ​​ດ້ວຍ​ການກະທຳ​ຕົວ​ຈິງ.