ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-08 18:03:49    
ປະ​ທານ​ສະມາ​ຄົມ​ຍີ່ປຸ່ນ​ຈີນ​ເຫັນ​ວ່າ ການ​ເປີດ​ກວ້າງ​ການ​ແລກ​ປ່ຽນ​ຂອງ​ປະຊາ​ຊົນ​ຈະ​ສ້າງ​ພື້ນ​ຖານ​ການ​ພົວ​ພັນ​ຍີ່ປຸ່ນ​ຈີນ​ໃຫ້​ໝັ້ນ​ແກ່ນ

cri Author: cai
ຕາມ​ຂ່າວສານ​ຊີນ​ຮວາ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ,​ທ່ານ​ຊີຣານີຊີ ຊີ​ນີຈີ​ໂຣ ປະທານ​ສະມາຄົມ​ຍີ່​ປຸ່ນຈີນ​​ເວົ້າ​ວ່າ,ຍີ່ປຸ່ນ​ກັບ​ຈີນ​ຄວນ​ສືບ​ຕໍ່​​ເປີດ​ກວ້າງ​ການ​​ແລກປ່ຽນ​ຂອງ​ປະຊາຊົນ,​​ແລ້ວ​ສ້າງ​ພື້ນຖານ​ການ​ພົວພັນຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ​ໃຫ້​ໝັ້ນ​ແກ່ນ.

ທ່ານຊີ​ຣາ​ນີຊີ ຊີ​ນີຈີ​ໂຣ​ເຫັນ​ວ່າ,ຢາກ​ຂະ​ຫຍາຍ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ຍີ່ປຸ່ນ​ຈີນ,ນອກ​ຈາກ​"ສອງ​ລໍ້​ຄື​ການ​ເມືອງ​ແລະ​ເສດ​ຖະກິດ​ໝູນ​ພ້ອມ​ກັນ"ທີ່​ທ່ານ​ຊີ​ນ​ໂຈ ອາ​ເບ ນາຍົກ​ລັດ​ຖະມົນ​ຕີຍີ່ປຸ່ນ​ສະ​ເໜີ​ນັ້ນແລ້ວ,ຍັງຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ການ​​ເປີດ​ກວ້າງ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະຊາ​ຊົນ​ຍີ່ປຸ່ນ​ຈີນ,​ເຮັດ​ແນວ​ນີ້​ຈຶ່ງ​ສາມາດ​ສ້າງ​ພື້ນ​ຖານ​ການ​ພົວພັນຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຍີ່ປຸ່ນ​ຈີນໃຫ້​ໝັ້ນ​ແກ່ນ.

ໃນ​ເວລາ​ກ່າວ​ເຖິງ​ຍີ່ປຸ່ນກັບ​ຈີນ​ສ້າງການ​ພົວພັນຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ທ່ານຊີຣານີຊີ ຊີ​ນີຈີ​ໂຣ​ເວົ້າ​ວ່າ,ຍີ່ປຸ່ນກັບ​ຈີນ​ສ້າງ​ການ​ພົວພັນຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ກ່ອນ​ອື່ນ​ແມ່ນ​​ເປັນລັກສະນະ​ທົ່ວ​ໂລກ,ສອງ​ປະ​ເທດ​ຕ້ອງ​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂອບ​ເຂດ​ທົ່ວ​ໂລກ,ພ້ອມ​ກັນ​ນັ້ນ,ການ​ພົວພັນ​ແບບ​ນີ້​ຄວນຍາວ​ນານ​ແລະ​ຮອບດ້ານ.