|
 |
(GMT+08:00)
2007-04-05 18:17:50
|
 |
ທ່ານເວິນເຈ່ຍປາວໃຫ້ສຳພາດຕໍ່ສື່ມວນຊົນຍີ່ປຸ່ນຢູ່ປັກກິ່ງ
cri
Author: sayvanny
ຕາມຂ່າວcri:ວັນທີ 4 ເມສານີ້,ຢູ່ປັກກິ່ງ, ທ່ານເວີນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ຕ້ອນຮັບການສຳພາດຮ່ວມກັນຂອງສື່ມວນຊົນຍີ່ປຸ່ນ 16 ແຫ່ງທີ່ປະຈຳຢູ່ປັກກິ່ງ,ໄດ້ຕອບຄຳຖາມກ່ຽວກັບທ່ານຈະໄປຢ້ຽມຢາມຍີ່ປຸ່ນໃນໄວໆນີ້ແລະການພົວພັນລະຫວ່າງຈີນກັບຍີ່ປຸ່ນ.
ທ່ານເວີນເຈ່ຍປາວກ່າວວ່າ, ທ່ານໄປຢ້ຽມຢາມຍີ່ປຸ່ນເທື່ອນີ້ຈະສົ່ງຂ່າວໃຫ້ຜູ່ນຳແລະປະຊາຊົນຍີ່ປຸ່ນຊາບດັ່ງນນີ້ວ່າ:ກາຍຂະຫຍາຍມິດຕະພາບແລະການພົວພັນຮ່ວມມືກັນລະຫວ່າງຈີນກັບຍີ່ປຸ່ນ,ໄປຕາມປ່ອງລອງຕາມແປວຂອງຍຸກສະໄຫມແມ່ນສອດຄ່ອງກັບຄວາມປາຖະຫນາຂອງປະຊາຊົນ. ປະຊາຊົນຈີນຫວັງພ້ອມກັນກັບປະຊາຊົນຍີ່ປຸ່ນ,ເກາະແຂນກັນກ້າວໄປຫນ້າ,ປົວແປງແລະຂະຫຍາຍການພົວພັນລະຫວ່າງສອງປະເທດ.ທ່ານເວິນເຈ່ຍປາວຫວັງໃຫ້ການຢ້ຽມຢາມເທື່ອນີ້ກາຍເປັນການຢ້ຽມຢາມທີ່ເຮັດໃຫ້ນ້ຳກ້ອນລະລາຍຢ່າງແທ້ຈິງ.
ທ່ານເວິນເຈ່ຍປາວເຜີຍໃຫ້ຮູ້ວ່າ, ໃນໄລຍະຢ້ຽມຢາມ,ສອງຝ່າຍຈະເຊັນເອກະສານຮ່ວມສະບັບຫນຶ່ງ,ເອກະສານນີ້ຈະສ່ອງແສງເນື້ອໃນແລະຫນ້າທີ່ສຳຄັນຂອງຄວາມປາຖະຫນາຂອງສອງປະເທດໃນການສ້າງການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ນີ້ແມ່ນຂີດຫມາຍສະແດງໃຫ້ເຫັນວ່າການພົວພັນລະຫວ່າງຈີນກັບຍີ່ປຸ່ນໄດ້ເຂົ້າສູ່ໄລຍະໃຫມ່ແລ້ວ.
|
|
|