ທະນາຄານນິຕິບຸກຄົນທຶນຕ່າງປະເທດງວດທຳອິດຂອງຈີນເປີດດຳເນີນທຸລະກິດຢ່າງເປັນທາງການ
cri
Author: m
ຕາມຂ່າວສານຊິ່ນຮວາ: ວັນທີ 2 ເມສານີ້, ທະນາຄານທຶນຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ປ່ຽນລະບອບເປັນທະນາຄານນິຕິບຸກຄົນຂອງຈີນງວດທຳອິດ, ຄື: ບໍລິສັດທະນາຄານອາຊີຕາເວັນອອກຈີນຈຳກັດ, ບໍລິສັດທະນາຄານ HSBC ຈີນຈຳກັດ, ບໍລິສັດທະນາຄານຊິທິແບງຄ໌ ຈີນຈຳກັດແລະບໍລິສັດທະນາຄານສະແຕນດັດ ຈາເທີແບງ ຈີນຈຳກັດເປີດດຳເນີນທຸລະກິດຢ່າງເປັນທາງການ.
ອີງຕາມຄຳໝັ້ນສັນຍາຕໍ່ອົງການການຄ້າໂລກ, ແຕ່ວັນທີ 11 ທັນວາປີ 2006 ເປັນຕົ້ນໄປ, ຈີນເລີ່ມເປີດຂະແໜງການທະນາຄານຢ່າງຮອບດ້ານຕໍ່ຕ່າງປະເທດ. ແຕ່ພ້ອມກັນນັ້ນ, ກົດບັນຍັດທີ່ກ່ຽວຂ້ອງກໍ່ໄດ້ກຳນົດປະຖົມປັດໄຈຕໍ່ການດຳເນີນທຸລະກິດຂາຍຍ່ອຍດ້ວຍເງິນຢວນຢູ່ຈີນໃຫ້ທະນາຄານທຶນຕ່າງປະເທດ, ຄືຕ້ອງປ່ຽນລະບອບໃຫ້ສາຂາຂອງທະນາຄານເຫຼົ່ານີ້ເປັນທະນາຄານນິຕິບຸນຄົນທີ່ເປັນອິດສະຫຼະ.
|
|