ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-02 12:03:17    
ຈີນ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ໂດຍ​ກົງ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ຫຼາຍ​ປີ​ມາ​ນີ້,ຈີນ​ໄດ້​ລົງທຶນ​ຢູ່​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ,​ປີ2006,​ຈີນ​ລົງ​ທຶນ​ໂດຍ​ກົງ​ໃນ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ການ​ທະ​ນາ​ຄານ​ຢູ່​ຕ່າງ​ປະ​ເທດ​ມີ​ເຖິງ​16​ຕື້​100​ລ້ານ​ໂດ​ລາ,​ມູນ​ຄ່າ​ລົງ​ທຶນ​ໂດຍ​ກົງ​ຢູ່​ແຖວ​ໜ້າ​ໃນ​ປະ​ເທດ​ພວມ​ພັດ​ທະ​ນາ.​ປັດ​ຈຸ​ບັນ,​ວິ​ສາ​ຫະ​ກິດ​ຈີນ​ຢູ່​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ກວດ​ກາ​ອະ​ນຸ​ມັດ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຫຼາຍ​ກວ່າ​1​ໝື່ນ​ແຫ່ງ.

ຫວ່າງ​ມໍ່ໆ​ນີ້,​ກະ​ຊວງ​ການ​ຄ້າ​ຈີນ​ແຈ້ງ​ຂ່າວ​ວ່າ,​ການ​ຊື້​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນ​ຮູບ​ການ​ສຳ​ຄັນ​ທີ່​ຈີນ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ.​ປີ​2006,​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ຮູບ​ການ​ຊື້​ບໍ​ລິ​ສັດ​ນັ້ນ​ໄດ້​ກວມ​36,7%​ຂອງ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ.

ປັດ​ຈຸ​ບັນ,​ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ຢູ່​160​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​5​ທະ​ວີບ​ໃຫຍ່,​ວິ​ສາ​ຫະ​ກິດ​ຈີນ​ເຫຼົ່າ​ນີ້​ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ​ນັ້ນ​ໃຫ້​ມີ​ການ​ພັດ​ທະ​ນາ​ແລະ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.