|
 |
(GMT+08:00)
2007-04-01 17:15:36
|
 |
ການປະກັນໄພປິ່ນປົວພະຍາດພື້ນຖານຂອງຈີນຈະຮັບປະກັນເດັກນ້ອຍແລະຜູ້ເຖົ້າ
cri
Author: m
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວ: ປີນີ້, ຈີນຈະເລີ່ມທົດລອງລະບອບປະກັນໄພປິ່ນປົວພະຍາດພື້ນຖານສຳລັບປະຊາຊົນຕົວເມືອງໂດຍຖືການຫ້າງຫາເງິນທຶນປິ່ນປົວພະຍາດຮ້າຍແຮງຢ່າງເປັນເອກະພາບກັນນັ້ນເປັນຕົ້ນຕໍ. ເມື່ອເປັນແນວນັ້ນແລ້ວ, ເດັກນ້ອຍແລະຜູ້ເຖົ້າໜຶ່ງທີ່ແຕ່ກ່ອນຢູ່ນອກລະບອບປະກັນໄພປິ່ນປົວພະຍາດນັ້ນກໍ່ຈະຖືກຈັດເຂົ້າໃນລະບອບປະກັນໄພປິ່ນປົວ.
ທ່ານທຽນເຊິງພິງ ລັດຖະມົນຕີວ່າການກະຊວງແຮງງານແລະປະກັນສັງຄົມຈີນໄດ້ເຜີຍໃຫ້ຮູ້ຂ່າວດັ່ງກ່າວໃນກອງປະຊຸມສ້າງຕັ້ງສະມາຄົມຄົ້ນຄວ້າການປະກັນໄພປິ່ນປົວພະຍາດຂອງຈີນທີ່ຈັດຂຶ້ນຢູ່ປັກກິ່ງໃນຫວ່າງມໍ່ໆນີ້. ທ່ານກ່າວວ່າ, ການສ້າງສະມາຄົມຄົ້ນຄວ້າການປະກັນໄພປິ່ນປົວພະຍາດຂອງຈີນ, ມີຈຸດປະສົງເພື່ອໃຫ້ຄຳເປິກສາແກ່ການປະຕິຮູບການປະກັນໄພປິ່ນປົວ.
ນັບມາຮອດທ້າຍປີກາຍນີ້, ຈຳນວນຄົນທີ່ເຂົ້າຮ່ວມການປະກັນໄພປິ່ນປົວພະຍາດພື້ນຖານຂອງຈີນໄດ້ບັນລຸ 157 ລ້ານຄົນ, ການປິ່ນປົວພະຍາດພື້ນຖານຂອງຄົນເຫຼົ່ານີ້ໄດ້ຮັບການຮັບປະກັນ, ລາຍໄດ້ລາຍຈ່າຍຂອງກອງທຶນດຸນດ່ຽງກັນ.
|
|
|