ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-31 18:00:36    
ບໍລິ​ສັດ​ຜະ​ລິດ​ເຄື່ອງ​ກຳ​ເນີດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ລົມ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ຕັ້ງ​ບໍ​ລິ​ສັດ​ຢູ່​ເຂດ​ຊິ່ນ​ຈ່ຽງ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ບໍລິສັດ LM ດານ​ມາກເຊິ່ງ​ເປັນ​ບໍລິສັດ​ຜະລິດ​ໃບ​ພັດຂອງ​ເຄື່ອງ​ກຳ​ເນີ​ດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ທີ່​ມີ​ຊື່ສ​ຽງ​ໃນ​ໂລກ​ໄດ້​ຕັ້ງບໍລິສັດ​​ໃຍ​ແກ້ວ LM ຈຳກັດ​ທີ່​ມີທຶນ​ຝ່າຍ​ດຽວຢູ່​ເຂດ​ຊິ່ນ​ຈ່ຽງ. ຄາດ​ວ່າ​ບໍລິສັດ​ນີ້​ຈະ​ເລີ່​ມຜະລິດ​ໃນ​ເດືອນ​ສິງຫາ​ປີ​ນີ້.

ເຂດ​ຊິ່ນ​ຈ່ຽງມີ​ພະລັງງານ​ລົມ​ອຸດົມ​ສົມບູນ, ​ເຂດ​ທີ່​ມີ​ລົມ​​ແຮງ​ຕ່າງໆ, ຄື: ຕາ​ບັນ​ເຊິ​ງ, ປາກ​ພູອາ​ລ່າ​​ແລະ​ໜອງ​ຊຽວສາວ​ທູ​ລູຟ່ານ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ເງື່ອນ​ໄຂ​ສ້າງ​ໂຮງງາ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງລົມ​ຂະໜາດ​ໃຫຍ່, ສາມາດ​ຕິດ​ຕັ້ງ​ຈັກ​ຜະລິດ​ໄຟຟ້າ​ທີ່​ມີຄວາມ​ແຮງ​ຫຼາຍ​ກວ່າ 80 ລ້ານ​ກິ​ໂລ​ວັດ.

​ໃນ​ຫຼາຍປີ​ມາ​ນີ້, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຕະຫຼາດ​ພະລັງ​ລົມ​ແລະ​ຄວາມ​ຕ້ອງການ​ຕໍ່​ເຄື່ອງ​ກຳ​ເນີ​ດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ເພີ່ມ​ຂຶ້ນ​ຂອງ​ຈີນ, ວິ​ສາ​ຫະກິດ​ຕົ້ນຕໍ​ທີ່​ຜະລິດ​ໃບ​ພັດ​ຂອງ​ເຄື່ອງ​ກຳ​ເນີ​ດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ໃນ​ທົ່ວ​ໂລກ​ໄດ້​ມາ​ລົງທຶນ​ສ້າງ​ໂຮງງານ​ຢູ່​ຈີນ​ຕາມໆ​ກັນ. ບຸກຄົນ​​ໃນ​ວົງ​ການ​ຄາດ​ຄະ​ເນ​ວ່າ, ຍອດ​ຈຳນວນ​ຈຳໜ່າຍ​ຂອງ​ຕະຫຼາດ​ໃບ​ພັດ​ຂອງ​ຈີນ​ໃນ​ປີ 2010 ຈະ​ບັນ​ລຸປະມານ 6 ຕື້​ຢວນ.