ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-26 16:24:02    
ງານ​ຕະ​ຫລາດ​ນັດ​ກວາງ​ໂຈວ​ຄັ້ງ​ທີ 101 ຈະ​ຈັດ​ເຂດ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ

cri Author: sayvanny
ຕາມ​ຂ່າວ cri: ວັນ​ທີ 26 ມີນານີ້ ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ກ່າວ​ຫູ​ເສິງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​​ເຜີຍ​ໃຫ້​ຮູ້​ວ່າ,​ເພື່ອ​ປັບປຸງ​ສະພາບ​ທີ່​ການ​ຄ້າຂອງ​ຈີນ​ບໍ່​ດຸນ​ດ່ຽງ​ກັນ, ງານ​ຕະຫລາດນັດ​ກວາງ​ໂຈ​ວຄັ້ງທີ 101 ທີ່​ຈະ​ຈັດ​ຂຶ້ນ​​ໃນ​ເດືອນ​ຫນ້າ​ຈະ​ຈັດ​ເຂດ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ໂດຍ​ສະ​ເພາະ, ​ເພື່ອ​ອຳນວຍໂອກາດ​ໃຫ້​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເພື່ອ​ຂາຍ​ສິນຄ້າ​ໃຫ້​ຈີນ.

ງານ​ຕະຫລາດນັດ​ກວາງ​ໂຈ​ວ​ແມ່ນ​ງານ​ວາງສະ​ແດງ​ການ​ຄ້າ​ສາກົນ​ທີ່​ມີ​ຂະຫນາດ​ໃຫຍ້ກວ່າ​ຫມູ່​ແລະ​ມີ​ປະຫວັດ​ຍາວ​ນານ​ກວ່າ​ຫມູ່​ຂອງ​ຈີນ,ປີ​ຫນຶ່ງ​ຈັດ​ຂຶ້ນ​ສອງ​ເທື່ອ​ໃນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ໃບ​ໄມ້​ຫລົ່ນ.​ເລີ່​ມ​ແຕ່​ຄັ້ງທີ 101 ​ເປັນຕົ້ນ​ໄປ,ງານ​​ຕະຫລາດນັດ​ກວາງ​ໂຈ​ວປ່ຽນຊື່​ຈາກ​ງານ​ຕະຫລາດນັດ​ສິນຄ້າ​ຂາ​ອອກ​ຂອງຈີນ​ໃນ​​ເມື່ອກ່ອນ​ມາ​ເປັນ​ງານ​​ຕະຫລາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ.

ທ່ານ​ກ່າວ​ຫູ​ເສິງ​ເວົ້າວ່າ, ງານ​ດັ່ງກ່າວ​ຈັດ​ເຂດ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງລັດຖະບານ​ຈີນ​ທີ່​ຈະ​ພະຍາ ຍາມປັບປຸງສະພາບ​ການ​ຄ້າ​ທີ່ບໍ່​ດຸນ​ດ່ຽງກັນ,ພ້ອມ​ກັນນັ້ນກໍ່​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້ຜູ່​ບໍລິ​ໂພ​ກຂອງ​ຈີນມີ​ທາງ​ເລືອກ​ຊື້​ສິນຄ້າ​ຫລາຍ​ກວ່າ​ເກົ່າ.