ການພົວພັນເສດຖະກິດການຄ້າຈີນສະຫະພາບເອີລົບເຂົ້າສູ່ໄລຍະພັດທະນາຢ່າງວ່ອງໄວ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 25 ມີນານີ້ແມ່ນວັນລະລຶກການສ້າງຕັ້ງສະຫະພາບເອີລົບຫລື EU ຄົບຮອບ 50 ປີ.ປັດຈຸບັນ, ສະຫະພາບເອີລົບໄດ້ກາຍເປັນຄູ່ການຄ້າໃຫຍ່ກວ່າຫມູ່ຂອງຈີນ, ຈີນແມ່ນຄູ່ການຄ້າໃຫຍ່ທີສອງຂອງສະຫະພາບເອີລົບ. ທ່ານຊຸນຢົງຝູ ຫົວຫນ້າກົມເອີລົບຂອງກະຊວງການຄ້າຈີນແຈ້ງໃຫ້ຊາບວ່າ, ປີ 2006, ມູນຄ່າການຄ້າລະຫວ່າງຈີນກັບສະຫະພາບເອີລົບໄດ້ບັນລຸເຖິງ 270 ກວ່າຕື້ໂດລາແລ້ວ,ເພີ່ມຂຶ້ນຫລາຍກວ່າໄລຍະດຽວກັນຂອງປີກາຍ 25%,ກວມ 15% ຂຶ້ນໄປຂອງຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໃນໄລຍະດຽວກັນຂອງປີກາຍ,ອົງປະກອບການຄ້າກໍ່ໄດ້ສັບຊ້ອນໃຫ້ດີຂຶ້ນຕື່ມອີກ.
ມາຮອດປັດຈຸບັນ, ເອີລົບໄດ້ລົງທຶນຢູ່ຈີນເກືອບ 3 ຫມື່ນໂຄງການ,ການລົງທຶນຕົວຈິງຫລາຍກວ່າ 50 ຕື້ໂດລາ.
|
|