ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-20 21:07:11    
ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​ທີ​6​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ຫຼາຍ​ເທື່ອ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ມີນາ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ຄະນະ​ຜູ້​ແທນ​​ຈີນ​ຂອງ​ການ​ເຈລະ​ຈາ​ຫົກ​ຝ່າຍ​ຮອບ​ທີ6​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ,​ໃນ​ວັນ​ທີ​20​ມີ​ນາ,​ຝ່າຍ​ຕ່າງໆ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ຫຼາຍ​ເທື່ອ,​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໄລຍະ​​ເບື້ອງ​ຕົ້ນ​ແລະ​ການ​ເຄື່ອນ​ໄຫວ​​ຕໍ່​ໄປ.

ວັນ​ທີ20​ມີນາ​ນີ້,ສູນ​ຖະ​ແຫຼງຂ່າວ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ​ແຈ້ງ​ຂ່າວ​ວ່າ,ກອງ​ປະຊຸມ​ຫົວ ໜ້າ​ຄະນະ​​ທີ່​ແຕ່​ເດີມ​ຕົກລົງ​ຈະຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນໄດ້​ຖືກ​ຍົກ​ເລີກ.​ຕາມ​ຄະ​ນະ​ຜູ້​ແທນ​ຍີ່ປຸ່ນ​ເປີດ​ເຜີຍ​ວ່າ,ຍ້ອນ​ວ່າ​ສປປ​ເກົາ​ຫຼີ​ຮຽກ​ຮ້ອງ​ວ່າ,​25​ລ້ານ​ໂດ​ລາ​ສະ​ຫະ​ລັດ​ທີ່​ຝາກ​ຢູ່​​ໃນ​ທະ​ນາ​ຄານ​ເຕັນ​ທາ​ອາ​ຊີ​ຂອງ​ມາ​ກາວ​​ຮອດ​ກົ້ງ​ບັບ​ຊີ​ຂອງ​ສປປ​ເກົາ​ຫຼີ​ແລ້ວ,​ການ​ເຈ​ລະ​ຈາ​ຈຶ່ງ​ຈະ​ດຳ​ເນີນ​ຕໍ່ໄປ​ໄດ້,​ສະ​ນັ້ນ,​ກອງ​ປະ​ຊຸມ​ຫົວ​ໜ້າ​ຄະ​ນະ​ບໍ່​ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ.