ຈີນຫວັງໃຫ້ຈີນຍີ່ປຸ່ນຮັບປະກັນໃຫ້ການພົວພັນຂະຫຍາຍຕົວຢ່າງໝັ້ນທ່ຽງຍາວນານ
cri
ຕາມຂ່າວCRI,ວັນທີ18ມີນານີ້,ຢູ່ທີ່ປັກກິ່ງ,ທ່ານຖາງເຈ່ຍສວນ ທີ່ປຶກສາແຫ່ງລັດຈີນໄດ້ພົບປະຄະນະຜູ່ແທນພັກກຳ ອຳ ນາດຍີ່ປຸ່ນທີ່ນຳ ໂດຍ ທ່ານຮິເຕນາໂອ ນາຄາກາວາເລຂາທິການໃຫຍ່ພັກເສລີປະຊາທິປະໄຕຍີ່ປຸ່ນແລະທ່ານຄາຈູໂອ ຄິທາກາວາເລຂາທິການໃຫຍ່ພັກໂຄເມໂຕ,ທ່ານຖາງເຈ່ຍສວນກ່າວວ່າ,ປີນີ້ແມ່ນການພົວພັນຈີນຍີ່ປຸ່ນຫັນເປັນປົກກະຕິຄົບຮອບ35ປີ,ທ່ານເວິ່ນເຈ່ຍາວ ນາຍົກລັດຖະມົນຕີຈີນຈະຢ້ຽມຢາມສັນຖະວະໄມຕີຕໍ່ຍີ່ປຸ່ນຢ່າງເປັນທາງການໃນໄວໆນີ້.ຫວັງວ່າສອງຝ່າຍຈະກຳໂອກາດ,ພ້ອມກັນຊຸກຍູ້ການຮ່ວມມືທີ່ຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃນຂົງເຂດເສດຖະກິດການຄ້າ,ການປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມເປັນຕົ້ນ.ເປີດກວ້າງແລະເພີ່ມທະວີການແລກປ່ຽນດ້ານບຸກຄະລາກອນ,ແກ້ໄຂບັນຫາສະດຸ້ງໄວຢ່າງເໝາະສົມ,ເພີ່ມຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດເລື້ອຍໆ.
|
|