ຍີ່ປຸ່ນຈະທຳຄວາມພະຍາຍາມສຸດຂີດເພື່ອໃຫ້ທ່ານເວິ່ນເຈ່ຍປາວຢ້ຽມຢາມຍີ່ປຸ່ນຢ່າງສຳເລັດຜົນ
cri
ຕາມຂ່າວCRI,ວັນທີ18ມີນານີ້,ຢູ່ທີ່ປັກກິ່ງ,ເລຂາທິການໃຫຍ່ຂອງສອງພັກກຳອຳນາດຂອງຍີ່ປຸ່ນທີ່ນຳພາຄະນະຜູ່ແທນພັກກຳອຳນາດຍີ່ປຸ່ນມາຢ້ຽມຢາມຈີນນັ້ນກ່າວວ່າ,ຝ່າຍຍີ່ປຸ່ນຈະທຳຄວາມພະຍາຍາມສຸດຂີດເພື່ອໃຫ້ການຢ້ຽມຢາມຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີເວິ່ນເຈ່ຍປາວໄດ້ຮັບຜົນສຳເລັດ.
ມື້ດຽວກັນ,ຢູ່ທີ່ປັກກິ່ງ,ທ່ານຮິເຕນາໂອ ນາຄາກາວາເລຂາທິການໃຫຍ່ພັກເສລີປະຊາທິປະໄຕ ແລະທ່ານຄາຈູໂອ ຄິທາກາວາເລຂາທິການໃຫຍ່ພັກໂຄເມໂຕຂອງຍີ່ປຸ່ນໄດ້ໃຫ້ສຳພາດຕໍ່ສື່ມວນຂອງຈີນ.ທ່ານຮິເຕນາໂອ ນາຄາກາວາກ່າວວ່າ,ຫວັງໃຫ້ຜ່ານການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງຜູ່ນຳຍີ່ປຸ່ນຈີນມາລົບລ້າງຄວາມຂັດແຍ່ງລະຫວ່າງຍີ່ປຸ່ນກັບຈີນ.
|
|