|
 |
(GMT+08:00)
2007-03-19 15:41:46
|
 |
ການພັດທະນາຂອງຈີນໄດ້ນຳເອົາໂອກາດມາໃຫ້ໂລກ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 18 ມີນານີ້,ຢູ່ເມືອງຕ້າລຽນ ເມືອງແຄມທະເລພາກຕາເວັນອອກສຽງເໜືອຂອງຈີນ,ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ທ່ານຄລອສ໌ ສວັບ ຜູ້ລິເລີ່ມທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກເວົ້າວ່າ,ການພັດທະນາຂອງຈີນແລະຂອງວິສາຫະກິດຈີນບໍ່ແມ່ນການຂົ່ມຂູ່ຕໍ່ໂລກ,ຫາກແມ່ນໄດ້ນຳເອົາໂອກາດຫຼາຍກວ່າເກົ່າມາໃຫ້ການພັດທະນາຂອງປະເທດແລະວິສາຫະກິດອື່ນໆໃນໂລກ.
ທ່ານຄລອສ໌ ສວັບແມ່ນໄປຢ້ຽມຢາມເມືອງຕ້າລຽນເພື່ອກວດກາຄວາມພ້ອມທີ່ຈະຈັດ"ກອງປະຊຸມສຸດຍອດການເຕີບໂຕຂອງເວທີປາໄສເສດຖະກິດໂລກ"ຫຼື"ເວທີປາໄສດາໂວສ໌ລະດູຮ້ອນ"ທີ່ຈະຈັດຂຶ້ນຢູ່ເມືອງຕ້າລຽນໃນເດືອນກັນຍາປີນີ້.ທ່ານຄລອສ໌ ສວັບເວົ້າວ່າ,"ເວທີປາໄສດາໂວສ໌ລະດູຮ້ອນ"ທີ່ຈະຈັດຂຶ້ນຢູ່ເມືອງຕ້າລຽນຂອງຈີນນັ້ນຕ່າງກັນກັບທຸກເທື່ອໃນອະດີດ,ບໍ່ພຽງແຕ່ຈະມີບໍລິສັດໃຫຍ່ ວິສາຫະກິດໃຫຍ່ທີ່ມີຊື່ສຽງໃນໂລກເຂົ້າຮ່ວມເທົ່ານັ້ນ,ຫາກຍັງຈະມີວິສາຫະກິດທີ່ກຳລັງເຕີບໂຕຂອງຈີນຈຳນວນໜຶ່ງເຂົ້າຮ່ວມ,ເຖິງວ່າວິສາຫະກິດເຫຼົ່ານີ້ບໍ່ແມ່ນວິສາຫະກິດທີ່ໃຫຍ່ກວ່າໝູ່ກໍ່ຕາມ,ແຕ່ພັດມີນ້ຳໃຈນັກທຸລະກິດ ຫົວຄິດປະດິດສ້າງແລະຄວາມມີຊີວິດຊີວາໃນການພັດທະນາຫຼາຍກວ່າໝູ່.
ທ່ານເຫັນວ່າ,ການຈັດ"ເວທີປາໄສດາໂວສ໌"ຢູ່ຈີນຈະສົ່ງຜົນສະທ້ອນຕໍ່ການພັດທະນາຂອງເສດຖະກິດທົ່ວປະເທດຈີນກໍ່ຄືຂອງໂລກ.
|
|
|