ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-15 19:09:28    
ນາ​ຍົກ​ຍີ່​ປຸ່ນ​ກ່າວ​ວ່າ​ຍິນ​ດີ​ຕ້ອນ​ຮັບ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ທ່ານ​ນາ​ຍົກ​ຈີນ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ

cri
ຕາມ​ຂ່າວCRI,ຕອນ​ເຊົ້າ​ວັນ​ທີ15​ມີນາ​ນີ້,ຢູ່​ທີ່​ພຳນັກຂອງ​ນາຍົກລັດຖະມົນຕີ,ທ່ານ​ຊິນ​ໂຈ ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ພົບ​ປະ​ທ່ານ​ຮິ​ເດນາ​ໂອ ນາຄາ​ກະ​ວາ ​ເລຂາທິການ​ໃຫຍ່ພັກ​ເສລີ​ປະຊາທິປະ​ໄຕ​ແລະ​ທ່ານ​ຄາ​ຈູ​ໂອ ຄິທາ​ກາ​ວາ​ເລຂາທິການ​ໃຫຍ່​ພັກ​ໂຄ​ເມ​ໂດ​ຂອງ​ຍີ່​ປຸ່ນທີ່​ຈະ​​ເດີນ​ທາງ​ມາຢ້ຽມຢາມ​ຈີນ​ໃນ​ມື້​ດຽວ​ກັນ,​ແລະ​ໄດ້ມອບ​ຈົດ​ໝາຍທີ່​ທ່ານ​ຂຽນດ້ວຍ​ຕົນ​ເອງ​ເພື່ອ​ຝາກ​ໄປ​ຍັງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ນັ້ນ​ໃຫ້​ທ່ານ​ທັງ​ສອງ.

ທ່ານ​ອາ​ເບ​ໄດ້​ເວົ້າ​ຕໍ່​ເລຂາທິການ​ໃຫຍ່ຂອງ​ສອງ​ພັກ​ທີ່​ກຳ​ອຳນາດ​ດັ່ງກ່າວ​ວ່າ,​ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນຮັບ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ທ່ານ​ນາຍົກ​ລັດຖະມົນຕີເວິ່ນ​ເຈ່ຍ​ປາວ​ມາ​ຢ້ຽມຢາມຍີ່​ປຸ່ນ​ໃນ​ເດືອນ​ເມສາ​ທີ່​ຈະ​ມາ​ເຖິງ.ຫວັງ​ໃຫ້​ພັກ​ກຳ​ອຳນາດ​ຂອງ​ສອງ​ປະ​ເທດ​ຈົ່ງເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ດີ​ຕໍ່​ທ່ານ​ເວິ່ນ​ເຈ່ຍ​ປາວ​ຢ້ຽມຢາມ​ຍີ່​ປຸ່ນ.

ທ່ານ​ຮິ​ເດນາ​ໂອ ນາຄາ​ກະ​ວາ ກ່າວ​ເນັ້ນ​ວ່າ,​ໃນ​ການ​ຢ້ຽມຢາມ​ຈີນ​ເທື່ອ​ນີ້,​ຈະ​ແລ​ກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ມາດ​ຕະການ​ລະອຽດ​ທີ່​ຍີ່​ປຸ່ນ​ຈີນ​ສ້າງ​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.