ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-14 16:38:22    
ຜູ່​ໄດ້​ຮັບ​ລາງ​ວັນ​ໂນ​ແບນ​ກ່າວ​ວ່າ​ການ​ພັດ​ທະ​ນາ​ຂອງ​ຈີນ​ເຮັດ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ມີນາ​ນີ້,ຢູ່​ນະຄອນ​ຄຸນ​ມິ​ງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ທ່ານ ໂຈ​ເຊັຟ ອີ ສະຕິ​ກລີ​ສ ຜູ່​ໄດ້ຮັບ​ລາງວັນ​ເສດຖະສາດ​ໂນ​ແບນ​ປີ​2001​ນັກ​ເສດ​ຖະ​ສາດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຈີນ​ແມ່ນ​ຜູ່​ແຂ່ງຂັນອັນ​ແຂງ​ແຮງ​ໃນ​ດ້ານ​ເສດຖະກິດ,ການ​ພັດ​ທະ​ນາ​ຂອງ​ຈີນ​​ເຮັດ​ໃຫ້​ເສດຖະກິດທົ່ວໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ສະຕິ​ກລີ​ສ​ເຫັນ​ວ່າ,ການ​ພັດທະນາຂອງ​ຈີນ​ໄດ້​ຊຸກ​ຍູ້​ໂດຍ​ກົງ​​ໃຫ້​ເສດຖະກິດ​ອາ​ເມ​ລິ​ກາ​ມີ​ການ​ພັດທະນາ,ຕົວຢ່າງ​ຄື​,ອັດຕາ​ຫວ່າງ​ງານ​ຕ່ຳ,​ຕະ​ຫຼາດ​ລາ​ຄາ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ໝັ້ນ​ທ່ຽງ​ເປັນ​ຕົ້ນ.​ໃນ​ຂະນະ​ທີ່ພັດທະນາ​ຢ່າງ​ໄວ​ວາ​ນັ້ນ,​ຈີນ​ຍັງ​ໄດ້​ນຳ​ເອົາ​ໂອກາດ​ຫຼວງ​ຫຼາຍ​ມາ​ໃຫ້​ປະ​ເທດ​ພວມ​ພັດທະນາ​ທັງຫຼາຍ.

ທ່ານ​ສະຕິ​ກລີ​ສ​ຍັງ​ເຫັນ​ວ່າ​ຈີນ​ຄວນ​ຍຶດໝັ້ນ​ຊອກ​ຄົ້ນ​ວິທີຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນຫາ​ເສດຖະ​ກິດ​.