ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-08 20:10:46    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ທ່າ​ທີ​ຂອງ​ຍີ່​ປຸ່ນ​ໃນ​ບັນ​ຫາ​ນາງ​ບຳ​ເລີ​ໃນ​ກອງ​ທະ​ຫານ​ກ່ຽວ​ພັນ​ເຖິງ​ພາບ​ພົດ​ຂອງ​ເຂົາ​ຢູ່​ໃນ​ໂລກ

cri
ຕາມຂ່າວCRI,​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ8​ມີນາ​ນີ້,​ທ່ານ​ສິນ​ກ່າງ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ທ່າ​ທີ​ຂອງ​ຍີ່​ປຸ່ນ​ໃນ​ບັນ​ຫາ​ນາງ​ບຳ​ເລີ​ກ່ຽວ​ພັນ​ເຖິງ​ພາບ​ພົດ​ຂອງ​ຍີ່​ປຸ່ນ​ຢູ່​ໃນ​ໂລກ,​ຫວັງ​ວ່າ​ຝ່າຍ​ຍີ່​ປຸ່ນ​ຄົງ​ແກ້​ໄຂ​ບັນ​ຫາ​ນີ້​ໃຫ້​ເໝາະ​ສົມ.

ໃນ​ເວລາ​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ,ທ່ານ​ສິນ​ກ່າງ​ກ່າວ​ວ່າ,ຍີ່​ປຸ່ນ​ແກ້​ໄຂ​ບັນ​ຫາ​ປະ​ຫວັດ​ສາດ​ຢ່າງ​ເໝາະ​ສົມ​ແມ່ນ​ພື້ນຖານ​ສຳຄັນຂອງ​ການ​ປົວ​ແປງ​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໃຫ້​ດີ​ຂຶ້ນ​ແລະ​ຂະ​ຫຍາຍ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ກ່າວ​ເນັ້ນ​ວ່າ,ການ​ບັງຄັບ​ເກນ​ເອົາ​ນາງ​ບຳ​ເລີ​ເຂົ້າ​ກອງ​ທະ​ຫານ​ນັ້ນ​ແມ່ນ​ການ​ຕ້ອງ​ໂທດ​ອັນ​ໜັກ​ໜ່ວງ​ຂອງ​ລັດ​ທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ,​ນີ້​ແມ່ນ​ເລື່ອງ​ຈິງ​ປະ​ຫວັດ​ສາດ​ທາງ​ພາ​ວະ​ວິ​ໄສ,​ແມ່ນ​ປະ​ຕິ​ເສດ​ບໍ່​ໄດ້.​ຈີນ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ໃຊ້​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ປະ​ຫວັດ​ສາດ,​ຕໍ່​ປະ​ຊາ​ຊົນ​ແລະ​ຕໍ່​ອະ​ນາ​ຄົດ,​ເອົາ​ໃຈ​ໃສ່​ສຽງ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ໂລກ​ຢ່າງ​ຈິງ​ຈັງ,​ຊຳ​ລະ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໃຫ້​ເໝາະ​ສົມ.