|
 |
(GMT+08:00)
2007-03-07 20:20:52
|
ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນພົບປະທ່ານໂພ ເຊິນລັດຖະມົນຕີກະຊວງການເງິນອາເມລິກາ
cri
Author: m
ຕາມຂ່າວສານຊິ່ນຮວາ: ຕອນບ່າຍວັນທີ 7 ມີນານີ້, ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນໄດ້ຈັດການພົບປະກັບທ່ານເຮນຣີ ໂພເຊິນ ລັດຖະມົນຕີກະຊວງການເງິນອາເມລິກາທີ່ເດີນທາງມາຮອດປັກກິ່ງ.
ທ່ານນາງອູອີໄດ້ເລົ່າຄວາມສົ່ງຂອງທ່ານຫູຈີນທາວ ປະທານປະເທດຈີນທີ່ກ່າວຕໍ່ທ່ານບຸສ ປະທານາທິບໍດີອາເມລິການັ້ນຕໍ່ທ່ານໂພເຊີນ. ທ່ານຫູຈີນທາວເວົ້າວ່າ, ຝ່າຍຈີນເອົາໃຈໃສ່ນຳການສົນທະນາເສດຖະກິດຍຸດທະສາດ ຈີນອາເມລິກາໃນລະດັບສູງ, ຈະຮັບປະກັນໃຫ້ການສົນທະນາໄດ້ຮັບຜົນສຳເລັດ, ຊຸກຍູ້ການພົວພັນລະຫວ່າງຈີນກັບອາເມລິກາໃຫ້ພັດທະນາລົງສູ່ລວງເລິກ.
ການເດີນທາງຂອງທ່ານໂພເຊິນເທື່ອນີ້ສຳຄັນແມ່ນທຳການກະກຽມເພື່ອຈັດການສົນທະນາເສດຖະກິດຍຸດທະສາດຈີນອາເມລິກາຄັ້ງທີ 2 ຢູ່ວໍຊິນຕັນໃນເດືອນພຶດສະພາ.
|
|
|