ປີນີ້ຈີນຈະອອກແຮງເປີດກວ້າງຄວາມຕ້ອງການຂອງພາຍໃນຊຸກຍູ້ການບໍລິໂພກ
cri
ຕາມຂ່າວສານຈີນ,ວັນທີ3ມີນານີ້,ທ່ານຫວງຫາຍ ຜູ່ຊ່ວຍລັດຖະມົນຕີວ່າການກະຊວງການຄ້າຈີນກ່າວວ່າ,ປີນີ້,ຈີນຈະອອກແຮງເປີດກວ້າງຄວາມຕ້ອງການຂອງພາຍໃນຊຸກຍູ້ການບໍລິໂພກ.
ຢູ່ເວທີປາໄສຂັ້ນສຸດຍອດກ່ຽວກັບການພັດທະນາຂະແໜງການຂາຍຍ່ອຍຂອງຈີນທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້ໃນວັນທີ3ມີນານີ້,ທ່ານຫວງຫາຍກ່າວວ່າ,ປີກາຍນີ້,ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກສັງຄົມຈີນໄດ້ເພີ່ມຂຶ້ນກາຍ13%,ແຕ່ການບໍລິໂພກຂອງຈີນມີບົດບາດຍັງອ່ອນໃນການຊຸກຈູງໃຫ້ເສດຖະກິດເຕີບໂຕ.
ທ່ານຫວງຫາຍແນະນຳວ່າ,ປີນີ້,ຈີນຍັງຈະສືບຕໍ່ບຳລຸງສ້າງຈຸດສຸມຂອງການບໍລິໂພກ,ຕົວຢ່າງຄືລົດຍົນ,ການຕົບແຕ່ງເຮືອນ,ຜະລິດຕະພັນສື່ສານພ້ອມດ້ວຍຂົງເຂດການສຶກສາອົບຮົມ,ການທ່ອງທ່ຽວລື້ນເລີງ,ການຝຶກແອບຮ່າງກາຍເປັນຕົ້ນ.ທ່ານຫວັງວ່າ,ອົງການປົກຄອງແລະວິສາຫະກິດພ້ອມກັນທຳຄວາມພະຍາຍາມແລ້ວ,ການບໍລິໂພກຂອງຈີນໃນປີນີ້ຄົງຈະຮັກສາລະດັບສູງສົມຄວນ,ເຮັດໃຫ້ການເຕີບໂຕຂອງເສດຖະກິດຈີນສາມາດຈາກການຊັກຈູງດ້ວຍການລົງທຶນແລະການສົ່ງອອກຄ່ອຍໆປ່ຽນເປັນການຊັກຈູງດ້ວຍຄວາມຕ້ອງການຂອງພາຍໃນປະເທດ.
|
|