|
 |
(GMT+08:00)
2007-02-17 19:59:27
|
 |
ນາຍົກລັດຖະມົນຕີແລະລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນຕ່າງໄດ້ເຈລະຈາກັບທ່ານຫຼີຈ້າວຊິ່ງ
cri
Author: shuo
ຕາມຂ່າວCRI:ຕອນບ່າຍວັນທີ16ກຸມພາ,ຢູ່ສຳນັກງານນາຍົກລັດຖະມົນຕີ,ທ່ານອາເບ ຊິນໂຈ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ພົບປະທ່ານຫຼີຈ້າວຊິ່ງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນທີ່ໄປຢ້ຽມຢາມ.
ໃນເວລາພົບປະ,ທ່ານຫຼີຈ້າວຊິ່ງກ່າວວ່າ,ຝ່າຍຈີນຕີລາຄາຢ່າງຕັ້ງໜ້າຕໍ່ທ່ານນາຍົກລັດຖະມົນຕີອາເບ ຊິນໂຈທີ່ໄດ້ຕົກລົງລະທຳຄວາມພະຍາຍາມເພື່ອປັບປຸງການພົວພັນຈີນຍີ່ປຸ່ນໃຫ້ດີຂື້ນ.ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນຈະໄປຢ້ຽມຢາມຍີ່ປຸ່ນ,ແມ່ນໂອກາດສຳຄັນສຳລັບການເສີມສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງຝ່າຍ ຮັກສາທ່ວງທ່າປັບປຸງແລະຂະຫຍາຍການພົວພັນຈີນຍີ່ປຸ່ນໃຫ້ດີຂຶ້ນແລະສ້າງການພົວພັນຍຸດທະສາດຈີນຍີ່ປຸ່ນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານອາເບ ຊິນໂຈກ່າວວ່າ,ລັດຖະບານແລະປະຊາຊົນຍີ່ປຸ່ນພ້ອມດ້ວຍທ່ານເອງລ້ວນແຕ່ຍິນດີຕ້ອນຮັບແລະຄອງຄອຍທ່ານເວີ່ນເຈ່ຍປາວມາຢ້ຽມຢາມຍີ່ປຸ່ນ.ທ່ານຍິນດີແລກ ປ່ຽນຄວາມເຫັນຢ່າງເລິກເຊິ່ງກັບທ່ານເວີ່ນເຈ່ຍປາວກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງຍີ່ປຸ່ນກັບຈີນຕື່ມອີກ ສ້າງການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ແລະເພີ່ມທະວີການປະສານງານກັນລະຫວ່າງສອງຝ່າຍໃນບັນຫາພາກພື້ນແລະບັນຫາສາກົນ.
ຕໍ່ຈາກນັ້ນ,ທ່ານອາໂຊ ທາໂຣ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນກໍໄດ້ຈັດການເຈລະຈາກັບທ່ານຫຼີຈ້າວຊິ່ງຢູ່ກະຊວງການຕ່າງປະເທດຍີ່ປຸ່ນ.
|
|
|