ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-04 19:43:19    
ຈຳນວນ​ຜູ້​ສະໝັກ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ຫຼາຍ​ກວ່າ 3 ​ແສນ 2 ໝື່ນ​ຄົນ​ແລ້ວ

cri Author: m
ຕາມ​ຂ່າວ​ໜັງສືພິມ​ຊາວ​ໜຸ່ມ​ປັກ​ກິ່ງ: ນັບ​ມາ​ຮອດ​ປະຈຸ​ບັນ, ຈຳນວນ​ຜູ້​ສະໝັກ​ເປັນ​ອາ​ສາສະ​ໝັກຂອງ​ງານ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ແລະ​ງານ​ກິລາໂອ​ລິມປິກຄົນ​ພິການ​ປັກ​ກິ່ງ​ທີ່​ມາ​ຈາກ​ເຂດ​ປັກ​ກິ່ງ​ແລະ​ເຂດ​ແຂວງ​ອື່ນໆໄດ້​ຫຼາຍກວ່າ 3 ​ແສນ 2 ໝື່ນ​ຄົນ​ແລ້ວ.

ນັກ​ຂ່າວ​ໄດ້​ຊາບ​ຂ່າວ​ດັ່ງກ່າວຈາກ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິມປິກປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້. ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ເວົ້າ​ສູ່​ຟັງ​ວ່າ, ງານ​ແຂ່ງຂັນ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​​​​ຕ້ອງການ​ອາສາ​ສະໝັກ​ປະມານ 7 ໝື່ນ​ຄົນ, ​ ​ງານ​​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ຕ້ອງການ​ອາສາ​ສະໝັກປະມານ 3 ໝື່ນ​ຄົນ. ​ໃນ​​ໄລຍະ​ຈັດ​ງານ​ກິລາ, ຍັງ​ຕ້ອງການ​ອາສາ​ສະໝັກ​​ໃນ​ເມືອງ 4 ​ແສນ​ຄົນ​ຂຶ້ນ​ໄປສະ​ໜອງ​ການບໍລິການ​ອາສາ​ສະໝັກ​ຢູ່​​ເຂດ​ຈຸດ​ໜັກອ້ອມ​ແອ້ມ​ສະໜາມ​ແລະ​ຫໍ​ກິລາ​ແຂ່ງຂັນ​ແລະ​ຢູ່​ຕຳ​ແໜ່​ງຕ່າງໆ​, ​ເຊັ່ນ​​, ຄົມມະນາຄົມ​​ໃນ​ຕົວ​ເມືອງ, ການທ່ອງທ່ຽວ, ​ແລະ​ການ​ຄ້າ​ເປັນ​ຕົ້ນ.