ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-26 12:12:48    
ປີ​2020​ພະ​ລັງ​ງານ​ຊີ​ວະ​ຊາດ​ຂອງ​ຊົນ​ນະ​ບົດ​ຈີນ​ຈະ​ເຂົ້າ​ແທນ​ນ້ຳ​ມັນ​ສຳ​ເລັດ​ຮູບ​10​ລ້ານ​ໂຕນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ25​ມັງກອນ​ນີ້,ກະຊວງ​ກະສິກຳ​ຈີນ​ສະ​ເໜີ​ອອກ​ມາ​ວ່າ,ຈີນ​ຈະ​ເພີ່​ມທະວີ​ການ​ພັດທະນາ​ພະລັງງານ​ຊີວະ​ຊາດ​ຂອງ​ຊົນນະບົດ,ປູກ​ພືດ​ພະ​ລັງ​ງານ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ສະ​ໜອງ​ວັດຖຸ​ດິບໃຫ້​ແກ່​ການ​ຜະ​ລິດ​ວັດ​ຖຸ​ເຟື້ອ​ໄຟ​ທາດ​ນ້ຳ​ເຊັ່ນ​ນ້ຳ​ມັນ​ກາ​ຊວນ​ຊີວະ​ຊາດ​ເປັນ​ຕົ້ນ.​ເມື່ອ​ຮອດ​ປີ2020ຈະ​ບັນລຸ​ເປົ້າ​ໝາຍ​ທີ່​ເຂົ້າ​ແທນ​ນ້ຳມັນ​ເຊື້ອ​ໄຟ​ສຳ​ເລັດ​ຮູບ10​ລ້ານ​ໂຕ​ນ.

ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ25​ມັງ​ກອນ​ນີ້,​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ເວົ້າ​ສູ່​ຟັງ​ວ່າ,​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຊີ​ວະ​ຊາດ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ທີ່​ຈີນ​ແລະ​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່​ນຳ​ກັນ​ຢ່າງ​ກວ້າງ​ຂວາງ​ໃນ​ປັດ​ຈຸ​ບັນ.​ການ​ອອກ​ແຮງ​ພັດ​ທະ​ນາ​ພະ​ລັງ​ງານ​ຊີ​ວະ​ຊາດ​ແມ່ນ​ມາດ​ຕະ​ການ​ຍຸດ​ທະ​ສາດ​ຂອງ​ຈີນ​ໃນ​ການ​ຜ່ອນ​ຄາຍ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ພະ​ລັງ​ງານ,​ແລະ​ກໍ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ກະ​ສິ​ກຳ,​ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ,​ແລະ​ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.

ຜູ່​ຊ່ຽວຊານ​ແນະນຳ​ວ່າ,​ພະ​ລັງ​ງານ​ຊີ​ວະ​ຊາດ​ໃນ​ຖານະ​ເປັນ​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້​ແມ່ນ​ພະ​ລັງ​ງານ​ໃຫຍ່​ທີ​ສີ່​ເຊິ່ງ​ພຽງ​ແຕ່​ຖັດ​ຈາກ​ຖ່ານ​ຫີນ ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ.​ພະ​ລັງ​ງານ​ຊີວະ​ຊາດ​ຂອງ​ຊົນ​ນະ​ບົດ​ຈີນ​ຕົ້ນ​ຕໍ​ມີ​ຫຼາຍ​ປະ​ເພດ​ໃຫຍ່​ເຊິ່ງ​ລວມ​ທັງ​ຕົ້ນ​ພືດ​ກະ​ສິ​ກຳ,​ມູນ​ຂອງ​ສັດ​ແລະ​ຄົນ,​ຜະ​ລິດ​ຕະ​ພັນ​ສຳ​ຮອງ​ໃນ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ພືດ​ພະລັງງານ​ເປັນ​ຕົ້ນ.