ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-22 12:55:49    
ເສດ​ຖະ​ກິດ​ຂອງ​ຈີນ​ຈະ​ເຕີບ​ໂຕ​8%​ໃນ​ປີ​2007

cri Author: shuo
ຕາມ​ຂ່າວCRI:ວັນ​ທີ21​ມັງກອນນີ້,ທະນາຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນທະນາຄານ​ກາງ ຂອງ​ຈີນ​ຄາດ​ຄະ​ເນ​ວ່າ,​ໃນ​ປີ2007,​ເສດຖະກິດ​ຂອງ​ຈີນ​ຈະ​ເຕີບ​ໂຕ8%,​ແລະ​ຕົວ​ເລ​ກດັດ​ຊະ​ນີຂອງ​ລາຄາ​ບໍລິ​ໂພ​ກຈະ​ເຕີບ​ໂຕຕ່ຳກວ່າ3%.

ກອງ​ປະຊຸມ​ວຽກ​ງານ​ປະຈຳ​ປີ​ຂອງ​ທະນາຄານ​ກາງຂອງ​ຈີນ​ທີ່​ໄຂຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ21​ມັງກອນນີ້.​ເຈົ້າໜ້າ​ທີ່​ທະນາຄານ​ກາງ​ກ່າວ​ວ່າ,​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຮັກສາ​ອັດຕາ​ເງິນ​ເຟີ້​ໃນ​ລະ​ດັບ​ອ່າວ​ຕ່ຳ,ຈີນ​ຈະ​ສືບ​ຕໍ່​ໃຊ້​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ;​ເຮັດ​ໃຫ້ການ​ດັດສົມ​ຄວບ​ຄຸມ​ມະ​ຫາ​ພາກ​ສືບ​ຕໍ່​ໄປ​ຢ່າງ​ໝັ້ນທ່ຽງ;​ປັບ​ປຸງ​ອົງ​ປະ​ກອບ​ສິນ​ເຊື່ອ​ໃຫ້​ດີ​ຂຶ້ນ,​ສະ​ກັດ​ກັ້ນ​ບໍ່​ໃຫ້​ເງິນ​ກູ້​ເພີ່ມ​ຂຶ້ນ​ໄວ​ເກີນ​ໄປ;​ພ້ອມ​ກັນ​ນັ້ນ,​ກໍ​ຊຸກ​ຍູ້​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ໃຫ້​ເພີ່ມ​ຂຶ້ນ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ເງິນ​ຕາ​ຕ່າງ​ປະ​ເທດ,​ແລະຊຸກຍູ້​ໃຫ້​ລາຍ​ຈ່າຍ​ແລະ​ລາຍ​ໄດ້​ສາກົນ​ສະ​ໝ່ຳສ​ະ​ເໝີ​ກັນ.