ຕາມຂ່າວສານຊິນຮວາ,ໃນກອງປະຊຸມວຽກງານການການຄ້າທົ່ວປະເທດຈີນທີ່ຈັດຂຶ້ນໃນຫວ່າງມໍ່ໆນີ້,ທ່ານໂປຊີໄລ ລັດຖະມົນຕີວ່າການກະຊວງການຄ້າຈີນກ່າວວ່າ,ຄຽງຄູ່ກັບມາດຕະການດັດສົມຄວບຄຸມການຄ້າຂາອອກທຸກລາຍໄດ້ຮັບການປະຕິບັດເທື່ອລະກ້າວ,ຈັງຫວະເຕີບໂຕຂອງການຄ້າກັບຕ່າງປະເທດຂອງຈີນໃນປີ2007ຈະຊ້າລົງຢ່າງເດັ່ນຊັດເມື່ອທຽບກັບປີ2006.ກະວ່າ,ຍອດມູນຄ່າການຄ້າຂາອອກຂາເຂົ້າໃນປີ2007ຈະຫຼາຍກວ່າ2000ຕື້ໂດລາ,ເພີ່ມຂຶ້ນປະມານ15%.
ຍອດມູນຄ່າຂາອອກຂາເຂົ້າຂອງຈີນໃນປີ2006ໄດ້ສ້າງສະຖິຕິໃໝ່ຄື ບັນລຸເຖິງ1760ຕື້ໂດລາ,ເພີ່ມຂຶ້ນ24%.ແຕ່ກໍໄດ້ມີບັນຫາພົ້ນເດັ່ນຄືຄວາມບໍ່ດຸນດ່ຽງຂອງການຄ້າໄດ້ຮ້າຍແຮງຂຶ້ນຕື່ມ,ການຄ້າສົ່ງອອກຫຼາຍກວ່າການນຳເຂົ້າຫຼາຍເກີນໄປ.
ທ່ານໂປຊີໄລກ່າວວ່າ,ການຄ້າສົ່ງອອກຫຼາຍກວ່າການນຳເຂົ້າຫຼາຍເກີນໄປນັ້ນບໍ່ມີຜົນດີຕໍ່ເສດຖະກິດພາຍໃນປະເທດພັດທະນາຢ່າງສະໝ່ຳສະເໝີກັນ,ແລະກໍບໍ່ມີຜົນດີຕໍ່ການຄ້າແລະການຮ່ວມມືກັບຕ່າງປະເທດພັດທະນາຢ່າງຕໍ່ເສື່ອງ.ກະຊວງການຄ້າຈີນຖືການຫຼຸດການໄດ້ປຽບການຄ້າໃຫ້ໜ້ອຍລົງເປັນວຽກສຳຄັນອັນດັບໜຶ່ງໃນການພັດທະນາການຄ້າກັບຕ່າງປະເທດໃນປີນີ້,ແລະຖືວຽກນີ້ເປັນໂອກາດເລັ່ງລັດຫັນປ່ຽນຮູບການເຕີບໂຕຂອງການຄ້າກັບຕ່າງປະເທດ,ປັບປຸງອົງປະກອບການຄ້າສົ່ງອອກໃຫ້ດີຂຶ້ນ.ພ້ອມກັນນັ້ນ,ຈະເປີດກວ້າງການນຳເຂົ້າຜະລິດຕະພັນທີ່ຈີນຕ້ອງການເຊັ່ນເຕັກນິກແລະອຸປະກອນທີ່ກ້າວໜ້າເປັນຕົ້ນ.
|