ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-17 17:00:08    
ນາງ​ອູ​ອີ​ຮຽກ​ຮ້ອງ​ໃຫ້​ວຽກ​ງານ​ການ​ຄ້າ​ຕ້ອງ​ປະ​ກອບ​ສ່ວນ​ຫລາຍ​ກວ່າ​ເກົ່າ​ເພື່ອ​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຈີນ​ພັດ​ທະ​ນາ​ໄດ້​ດີ​ແລະ​ໄວ​ກວ່າ​ເກົ່າ

cri Author: sayvanny
ຫນັງ​ສື​ພິມ​ເຢີນ​ມີນ​ຢື້​ປ້າວຈີນ​ລາຍ​ງານ​ວ່າ: ​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຄ້າ​ທົ່ວ​ປະ​ເທດ​ຈີນໃນ​ວັນ​ທີ 16 ມັງ​ກອນ​ນີ້, ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຮຽກ​ຮ້ອງ​ວ່າ​ວຽກ​ງານ​ການ​ຄ້າ​ຕ້ອງ​ປະ​ກອບ​ສ່ວນ​ຫລາຍ​ກວ່າ​ເກົ່າ​ເພື່ອ​ໃຫ້​ເສດ​ຖະ​ກິດ​ສັງຄົມ​ຈີນ​ພັດ​ທະ​ນາ​​ໄດ້​ດີ​ແລະ​ໄວ​ກວ່າ​ເກົ່າ.

ນາງ​ອູ​ອີ​ເວົ້າວ່າ, ປີ 2007, ຂະ​ແຫນງ​ການ​ການ​ຄ້າ​ທົ່ວ​ປະ​ເທດ​ຈີນ​ຕ້ອງ​ເຮັດ​ວຽກສອງ​ຢ່າງ​ໃຫ້​ດີ​ຄື​ຊຸກ​ຍູ້​ການ​ຄ້າ​ໃຫ້​ສະ​ຫມ່ຳສະ​ເຫມີ​ກັນ, ​ແລະ​ເຮັດ​ໃຫ້ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​​ເພີ່ມ​ຂຶ້ນ.ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ກໍ່ສ້າງ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ​ຈີນ, ປັບປຸງ​ລະບຽບ​ການ​ເສດ​ຖະ​ກິດ​ຕະ​ຫລາດ​ໃຫ້​​ເຂົ້າສູ່​ລະບຽບ​ແບບ​ແຜນ, ​ແລະ​ຊຸກ​ຍູ້​ການ​ບໍລິ​ໂພ​ກຢູ່​ພາຍ​ໃນ​ປະ​ເທດ.ຕ້ອງ​ເລັ່ງ​ລັດ​ຫັນປ່ຽນ​ວິທີ​ເຕີບ​ໂຕ​ຂອງ​ການ​ຄ້າ​ກັບ​ຕ່າງປະ​ເທດ, ພະ​ຍາ​ຍາມ​ປົວ​ແປງ​ສະພາບ​ການບໍ່ສະ​ຫມ່ຳ​ສະ​ເຫມີ​ກັນ​ດ້ານ​ການ​ຄ້າ.ຕ້ອງ​ຍົກ​ຄຸນ​ນະພາ​ບ​ແລະ​ລະດັບ​ການ​ໃຊ້​ທຶນ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ​ຕື່ມ,ຕ້ອງຖື​ການ​ນຳ​ເຂົ້າ​ເຕັກນິກ​ກ້າວ​ຫນ້າ ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ກ້າວຫນ້າ​ແລະ​ປັນຍາ​ຊົນຕ່າງປະ​ເທດ​ເປັນ​ຈຸດ​ຫນັກ.ນອກ​ນີ້,ຍັງ​ຕ້ອງ​ສືບ​ຕໍ່​ຊີ້ນຳ​ການ​ລົງ​ທຶນ​ຢູ່​ຕ່າງປະ​ເທດ​ໃຫ້​ເປັນ​ລະບົບ​ກວ່າ​ເກົ່າ,​ເພີ່ມ​ທະວີ​ການ​ຮ່ວມມື​ດ້ານ​ເສດຖະກິດ​ການ​ຄ້າ​​ຫລາຍ​ຝ່າຍ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ​ດ້ານ​ການ​ຄ້າ​ຢ່າງ​ເຫມາະ​ສົມ.