ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-11 20:53:51    
ປີ​2006​ຈີນ​ໃຊ້​ງົບ​ປະ​ມານ​11​ຕື້​100​ລ້ານ​ຢວນ​ເພື່ອ​ກູ້​ໄພ

cri
ຕາມ​ຂ່າວCRI,ວັນ​ທີ11​ມັງກອນນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ລີ​ລີ້​ໂກ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ປີ2006,ນັບ​ລວມ​ແລ້ວ,ການ​ເງິນ​ສູນ​ກາງ​ຈີນ​ໄດ້​ໃຊ້​ງົບປະມານ11​ຕື້100​ລ້ານ​ຢວນ​ເພື່ອ​ກູ້​ໄພ​ທຳ​ມະ​ຊາດ.

ທ່ານ​ລີລີ້​ໂກ​ກ່າວ​ວ່າ,ປີ2006,​ໄພ​ທຳ​ມະ​ຊາດ​ຊະນິດ​ຕ່າງໆ​ເຊັ່ນ​ລົມ​ໃຕ້​ຝຸ່ນ,​ນ້ຳ​ຖ້ວມ,​ໄພ​ແຫຼ້ງ​ແລ້ງ​ແລະ​ອື່ນໆ​ໄດ້​ເຮັດ​ໃຫ້​3186​ຄົນ​ເສຍ​ຊີ​ວິດ,​ຄວາມ​ເສຍ​ຫາຍ​ທາງ​ເສດ​ຖະ​ກິດ​ໂດຍ​ກົງ​ເທົ່າ​ກັບ​250​ຕື້​ກວ່າ​ຢວນ,​ແມ່ນ​ປີ​ໜຶ່ງ​ທີ່​ປະ​ສົບ​ໄພ​ທຳ​ມະ​ຊາດ​ໜັກ​ໜ່ວງ​ກວ່າ​ໝູ່​ນັບ​ແຕ່​ປີ​1998​ມາ​ນີ້.​ໂດຍ​ປະ​ເຊີນ​ກັບ​ໄພ​ທຳ​ມະ​ຊາດ,​ລັດ​ຖະ​ບານ​ຈີນ​ໄດ້​ອອກ​ແຮງ​ສຸດ​ຂີດ​ສະ​ໜັບ​ສະ​ໜູນ​ເຂດ​ປະສົບ​ໄພ​ຕ້ານ​ໄພ​ແລະ​ກູ້​ໄພ,​ຮັບ​ປະ​ກັນ​ຊີ​ວິດ​ພື້ນ​ຖານ​ຂອງ​ມວນ​ຊົນ​ທີ່​ປະສົບ​ໄພ.

ທ່ານ​ລີ​ລີ້​ໂກ​ກ່າວ​ວ່າ,​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ເຂດ​ປະ​ສົບ​ໄພ​ໄດ້​ສຳ​ເລັດ​ການ​ປຸກ​ເຮືອນ​ໃໝ່​1​ລ້ານ​7​ແສນ​2​ໝື່ນ​ຫຼັງ,​ຄື​ສຳ​ເລັດ​90%​ໃນ​ຍອດ​ຈຳ​ນວນ​ເຮືອນ​ທີ່​ຕ້ອງ​ປຸກ​ໃໝ່.