|
 |
(GMT+08:00)
2006-12-29 17:55:03
|
 |
ຣັດເຊຍກັບເບໂຣລຸດຊີຍັງບໍ່ທັນໄດ້ມີຄວາມເຫັນເປັນເອກະສັນກັນກ່ຽວກັບບັນຫາສະໜອງອາຍແກັສທຳມະຊາດ
cri
ຕາມຂ່າວCRI,ວັນທີ28ທັນວານີ້,ທ່ານເຊີເກ ຄູບຼີຢານົຟ ໂຄສົກຖະແຫຼງຂ່າວຂອງບໍລິສັດ ຣັດເຊຍ ອຸດສາຫະກຳອາຍແກັສທຳມະຊາດຫຸ້ນສ່ວນກ່າວວ່າ,ການເຈລະຈາລະຫວ່າງຣັດເຊຍກັບເບໂຣລຸດຊີກ່ຽວກັບຣັດເຊຍສະໜອງອາຍແກັສທຳມະຊາດໃຫ້ເບໂຣລຸດຊີນັ້ນຈົນຮອດປັດຈຸບັນກໍຍັງບໍ່ທັນໄດ້ມີຄວາມຄືບໜ້າ.
ທ່ານຄູປຼີຢານົຟກ່າວວ່າ,ຫວ່າງມໍ່ໆນີ້,ບໍລິສັດຣັດເຊຍອຸດສາຫະກຳອາຍແກັສທຳມະຊາດຫຸ້ນສ່ວນ ໄດ້ສະເໜີໃຫ້ເບໂຣລຸດຊີນຳເຂົ້າອາຍແກັສທຳມະຊາດຈາກຣັດເຊຍດ້ວຍລາຄາ105ໂດລາຕໍ່ກິໂລແມັດກ້ອນໃນປີ2007,ນີ້ແມ່ນລາຄາສຸດທ້າຍທີ່ຣັດເຊຍແຈ້ງໃຫ້.
ວັນທີ28ທັນວານີ້,ໃນຖະແຫຼງການສະບັບໜຶ່ງ,ທ່ານແອນຕຼິສເບຍປຼັກສ ກຳມະການຄະນະກຳມາທິການສະຫະພາບເອີລົບທີ່ຮັບຜິດຊອບວຽກງານພະລັງງານໄດ້ຮຽກຮ້ອງຣັດເຊຍແລະເບໂຣລຸດຊີຈົ່ງປຶກສາຫາລືກັນໃຫ້ກ້າວເຖິງຂັ້ນເຊັນສັນຍາໂດຍໄວ,ຢ່າເກາະບັນຫາຜ່ານແດນຂອງອາຍແກັສທຳມະຊາດທີ່ສົ່ງໄປຂາຍຢູ່ເອີລົບ.ທ່ານກ່າວວ່າ,ເນື່ອງຈາກສະພາບການຂະຫຍາຍຕົວຂອງເລື່ອງດັ່ງກ່າວອາດຈະກະທົບເຖິງຣັດເຊຍສະໜອງອາຍແກັສທຳມະຊາດໃຫ້ສະຫະພາບເອີລົບ,ສະນັ້ນ,ສະຫະພາບເອີລົບພວມຕິດຕາມຢ່າງໃກ້ຊິດນຳການຂະຫຍາຍຕົວຂອງສະຖານະການ.
|
|
|