ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-24 17:42:48    
ທ່ານ​ອາ​ເບ ຊິນ​ໂຈ​ກ່າວ​ວ່າ,​ຈະ​ພະ​ຍາ​ຍາມ​ກໍ່​ສ້າງ​ການ​ພົວ​ພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​​ຍີ່​ປຸ່ນ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ທັນວາ,ທ່ານ​ອາ​ເບ ຊິນ​ໂຈ ນາຍົກລັດຖ​ະມົນຕີ​ຍີ່ປຸ່ນ​ໄດ້​ປະ​ກາດ​ສານ​ອວຍ​ພອນ​ປີ​ໃໝ່​ສາ​ກົນ​ໃນ​ໜັງ​ສື​ພິມ​ຍີ່​ປຸ່ນ​ກັບ​​ຈີນ​ສະ​ບັບ​ວັນ​ທີ23 ​ເຊິ່ງ​ເປັນ ໜັງ​ສື​ພິມ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ​ຈີນ,​ໂດຍ​ຂຽນ​ວ່າ,ປີ2007​ແມ່ນ​ສາຍ​ສຳ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຍີ່​ປຸ່ນ​ຈີນ​ເປັນ​ປົກກະຕິ​ຄົບ​ຮອບ​35​ປີ,ຈະ​ຖື​ກິດ​ຈະ​ກຳ​ປີ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ກິ​ລາ​ລະ​ຫວ່າງ​ຍີ່ປຸ່ນ​ຈີນ​ເປັນ​ໃຈ​ກາງ,​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ເປີດ​ກວ້າງ​ແບບ​ກ້າວ​ກະ​ໂດດ,​ກໍ່​ສ້າງ​ການ​ພົວ​ພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ.

ທ່ານ​ອາ​ເບ ຊິນ​ໂຈ​ກ່າວ​ວ່າ,ພາຍຫຼັງ​ທ່ານ​ຂຶ້ນຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ແລ້ວ,​ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ.​ການ​ຢ້ຽມ​ຢາມ​ຈີນ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ສອງ​ປະ​ເທດ​ຍີ່​ປຸ່ນ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ,​ແລະ​​ໄດ້​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ແລກ​ປ່ຽນ​ແລະ​ສົນ​ທະ​ນາ​ກັນ​ຢ່າງ​ຈິງ​ໃຈ​ແລະ​ຊື່​ກົງ.​ຕໍ່​ຈາກ​ນັ້ນ,​ທ່ານ​ໄດ້​ພົບ​ກັບ​ທ່ານ​ປະທານ​ຮູ​ຈິນ​ທ່າວ​ອີກ​ເທື່ອ​ໜຶ່ງ​ຢູ່​ຮ່າ​ໂນ້ຍ,​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ພ້ອມ​ກັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ.​ການ​ສົນ​ທະ​ນາ​ແລະ​ການ​ແລກ​ປ່ຽນ​ແບບ​ນີ້​ຈະ​ກາຍ​ເປັນ​ກຳ​ລັງ​ອັນ​ມະ​ຫາ​ສານ​ທີ່​ຊຸກຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ​ໃນ​ຕໍ່​ໜ້າ.