ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 21:05:25    
ໂຄ​ສົກ​ອົງ​ການ​ການ​ຄ້າ​ໂລກ​ຢືນ​ຢັນ​ຜົນ​ສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​​ໃນ​ເວ​ລາ​5​ປີ​ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ມາ​ນີ້

cri Author: shuo
ຕາມ​ຂ່າວCRI:ວັນ​ທີ11​ທັນວາ​ນີ້​ແມ່ນ​ວັນ​ຄົບຮອບ5​ປີທີ່ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ ການ​ຄ້າ​ໂລກ.ຫວ່າງ​ແລ້ວ​ນີ້,​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ​ຢູ່​ເຊີ​ແນວ,​ນາງ​ອາ​ໂນສ ​ເດີ ​ບົກ​​ໂຮ​ຊຽນ​ໂຄ​ສົກ​ອົງ​ການ​ການ​ຄ້າ​ໂລກ​ຊີ້​ອອກ​ວ່າ,ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ແລະ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ.

ນາງ​ບົກ​ໂຮ​ຊຽນ​ເວົ້າວ່າ,ພາຍຫຼັງຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ມາ​ນີ້,​ໄດ້​ຮັບ​ຜົນ​ງານ​ອັນ​ດີ​ເດັ່ນ​ໃນ​ການ​ປະ​ຕິ​ຮູບ,​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ກົດໝາຍ​ກົດ​ບັນຍັດ​ຂອງ​ຕົນ​ສອດ ຄ່ອງ​ກັບ​ກະຕິ​ກາ​ອົງ​ການ​ການ​ຄ້າ​ໂລກ​ທໍ່​ນັ້ນ,​ຍັງ​​ໄດ້​ໄຂ​ປະຕູ​ຕື່ມ​ອີກ​ໃນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ແລະ​ຕະ​ຫຼາດ.​ນາງ​ເວົ້າວ່າ,ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ,ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ໂອກາດ​ການ​ທຸ​ລະ​ກິດ​ໃຫ້​ຄູ່ການ​ຄ້າ​ທັງ​ໝົດ​ທໍ່​ນັ້ນ,ຍັງ​ໄດ້​ນຳ​​ເອົາ​ທັດ​ສະ​ນະ​ໃໝ່​ດ້ານ​ການ​ຄ້າ​ສາ​ກົນ​ໃຫ້​ອົງ​ການ​ການ​ຄ້າ​ໂລກ​ອີກ​ດ້ວຍ.​ພ້ອມ​ກັນ​ນັ້ນ,​ຈີນ​ກໍ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເຈລະ​ຈາ​ຮອບ​ໂດ​ຮາ.

ຂະນະ​ດຽວ​ກັນ​ນີ້,ນາງ​ບົກ​ໂຮ​ຊຽນ​ຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,ຈີນ​ມີ​ບາງປະກົດ​ການດ້ານ​ການ​ລົງ​ທຶນ​ແລະ​ເສດ​ຖະ​ກິດ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ,​ນາງ​ເຊື່ອ​ໝັ້ນ​ວ່າ,​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຈະ​ຊ່ອຍ​​ຈີນ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາຍ,​ສືບ​ຕໍ່​ກ້າວ​​ໄປ​ໜ້າ.