ອົງການປະຊາຊົນຂອງຈີນມີເຖິງເກືອບ3ແສນ2ໝື່ນອົງການ
cri
Author: shuo
ຕາມຂ່າວສານຊິນຮວາ:ປະຈຸບັນນີ້,ຈຳນວນອົງການປະຊາຊົນຂອງຈີນໄດ້ເພີ່ມຂຶ້ນດ້ວຍຈັງຫວະ10%ຕໍ່ປີ,ຍອດຈຳນວນໄດ້ມີເຖິງເກືອບ3ແສນ2ໝື່ນອົງການ,ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ ສັງຄົມແລະສ້າງສາສັງຄົມທີ່ກົມ ກຽວກັນ.
ທ່ານໂຕ້ຢູ້ເພີ້ຍ ລັດຖະມົນຕີຊ່ອຍວ່າການກະຊວງການປົກຄອງແລະປະຊາສົງເຄາະຈີນແນະນຳວ່າ,ຫຼາຍປີມານີ້,ອົງການປະຊາຊົນຂອງຈີນພັດທະນາຢ່າງວ່ອງໄວ,ໄດ້ແຜ່ຂະຫຍາຍໄປເຖິງຕົວເມືອງແລະຊົນນະບົດ,ໄປເຖິງຂົງເຂດຕ່າງໆຂອງຊີວິດສັງຄົມ.ໃນອົງການປະຊາຊົນເກືອບ3ແສນ2ໝື່ນອົງການນີ້,ລວມມີພະນັກງານ3ລ້ານຄົນ.
|
|