ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-01 18:45:12    
ຂະ​ແໜງ​ການ​ປະ​ກັນ​ໄພ​ຂອງ​ຈີນ​ໄດ້​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຮອບ​ດ້ານ

cri
ຕາມ​ຂ່າວ​ໜັງສືພິມ​ເຢິນມິ​ຢື້​ປ້າວ,ທ່ານ​ເມິ້ງ​ຈ່າວ​ອີ ຜູ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ປະກັນ​ໄພ​ຂອງ​ຈີນ​ກ່າວ​ວ່າ,​ຕັ້ງ​ແຕ່​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການຄ້າ​ໂລກ​ໃນ​5​ປີ​ມາ​ນີ້,ຂະ​ແໜງ​ການ​ປະກັນ​ໄພ​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຄັ່ງ​ຄັດ,​ປັດ​ຈຸ​ບັນ,​ຂະ​ແໜງ​ການ​ປະກັນ​ໄພ​ຈີນ​ໄດ້​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຮອບ​ດ້ານ​ແລ້ວ,ຈະ​ເລັ່ງ​ລັດ​ການ​ເຮັດ​ໃຫ້​ຕະຫຼາດ​ປະກັນ​ໄພ​ຈີນ​ເຊື່ອມ​ໂຍງ​ກັບ​ສາ​ກົນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ30​ພະ​ຈິກ​ແລ້ວ​ນີ້,​ທ່ານ​ເມິ້ງ​ຈ່າວ​ອີ ກ່າວ​ວ່າ,ຕະຫຼາດ​ປະກັນ​ໄພ​ຂອງ​ຈີນ​ໄດ້​ກາຍ​ເປັນ​ຕະ​ຫຼາດ​ປະ​ກັນ​ໄພ​ຈະ​ເລີ​ນ​ໃໝ່​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ.ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ໄດ້​ມີ​ອົງການ​ປະ​ກັນ​ໄພ​ຕ່າງ​ປະ​ເທດ​47​ອົງ​ການ​ຂອງ​15​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ສ້າງ​ຕັ້ງ​ອົງ​ການ​ທຸ​ລະ​ກິດ​121​ແຫ່ງ​ຢູ່​ຈີນ.​ລາຍ​ຮັບ​ຈາກ​ຄ່າ​ປະ​ກັນ​ໄພ​ຂອງ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ໃນ​ທ້າຍ​ປີ​ກາຍ​ນີ້​ໄດ້​ເພີ່ມ​ຂຶ້ນ​ປະ​ມານ​9​ເທົ່າ​ເມື່ອ​ທຽບ​ໃສ່​5​ປີ​ກ່ອນ.